ກະຊວງການຕ່າງປະເທດ ປາຖະກະຖາມູນເຊື້ອ ວັນການທູດລາວ ຄົບຮອບ 77 ປີ

ວັນ​ທີ 6 ຕຸລາ 2022 ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີ​ປາຖະກະຖາມູນເຊື້ອ​ ວັນການ​ທູດລາວ ຄົບຮອບ 77 ປີ (12 ຕຸລາ 1945 – 12 ຕຸລາ 2022) ແລະ ພິທີຍ້ອງຍໍຂະບວນການແຂ່ງຂັນຮັກຊາດ, ພັດທະນາ…

ຄູ-ອາຈານ ຕ້ອງພັດທະນາຕົນເອງ ໃຫ້ກ້າວທັນກັບ ການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີ

ຄູ-ອາຈານ ຕ້ອງພັດທະນາຕົນເອງ ໃຫ້ກ້າວທັນກັບ ການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີ

ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນວຽນມາບັນຈົບຄົບຮອບ 28 ປີ(7/10/1994-7/10/2022), ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງຄູ-ອາຈານ ໃນຂອບເຂດທົ່ວປະເທດ ຕະຫລອດຮອດຜູ້ບໍລິຫານການສຶກສາ ແລະ…

ລາຍງານຫລ້າສຸດ!! ພົບຄົນຮ້າຍປິດຊີບຕົນເອງເສຍຊີວິດແລ້ວ ພ້ອມກັບລູກ ແລະ ເມຍ

ລາຍງານຫລ້າສຸດ!! ພົບຄົນຮ້າຍປິດຊີບຕົນເອງເສຍຊີວິດແລ້ວ ພ້ອມກັບລູກ ແລະ ເມຍ

ຈາກກໍລະນີທີ່ມີຄົນຮ້າຍເຂົ້າໄປກໍ່ເຫດກວາດຍິງຄົນຢູ່ສູນພັດທະນາເດັກນ້ອຍ ເຂດອຳເພີນາກາງ ຈັງຫວັດໜອງບົວລຳພູ ປະເທດໄທ ໃນເວລາ 14:00 ໂມງ ຂອງວັນທີ 6 ຕຸລາ 2022 ນີ້, ມີຄົນໄດ້ຮັບບາດເຈັບຫລາຍຄົນ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ເບື້ອງຕົ້ນມີຄົນເສຍຊີວິດ 34 ຄົນ. ຫລັງຈາກກໍ່ເຫດແລ້ວຄົນຮ້າຍໄດ້ເອົາຕົວຫລົບໜີໄປ…

ເຈົ້າໜ້າທີ່ໄທ ເລັ່ງຕາມລ່າມືປືນ ທີ່ກວາດຍິງຄົນຢູ່ສູນພັດທະນາເດັກນ້ອຍ

ເຈົ້າໜ້າທີ່ໄທ ເລັ່ງຕາມລ່າມືປືນ ທີ່ກວາດຍິງຄົນຢູ່ສູນພັດທະນາເດັກນ້ອຍ

ອີງຕາມການລາຍງານສຳນັກຂ່າວໄທ ໃຫ້ຮູ້ວ່າ: ໃນເວລາ 14:00 ໂມງຂອງວັນທີ 6 ຕຸລາ 2022 ນີ້ ຕຳຫລວດໄທເລັ່ງໄລ່ລ່າຄົນຮ້າຍເຂົ້າໄປກໍ່ເຫດຍິງຄົນຢູ່ສູນພັດທະນາເດັກນ້ອຍ ເຂດອຳເພີນາກາງ ຈັງຫວັດໜອງບົວລຳພູ ມີຄົນໄດ້ຮັບບາດເຈັບຫລາຍຄົນ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ເບື້ອງຕົ້ນມີຄົນເສຍຊີວິດ 32 ຄົນ. ປັດຈຸບັນຄົນຮ້າຍຢູ່ໃນລະຫວ່າງການຫລົບໜີ…

ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ

ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ

ອົງການອະນາໄມໂລກ (WHO) ກຳລັງຕັ້ງເຕັ້ນເພື່ອປິ່ນປົວຜູ້ຕິດເຊື້ອພະຍາດອະຫິວາໃນໄຮຕິ ແລະ ຈະຮ້ອງຂໍການຈັດຫາວັກຊີນຊະນິດຮັບປະທານເພື່ອປ້ອງກັນພະຍາດນີ້ ເຊິ່ງກັບມາລະບາດອີກໂດຍບໍ່ຄາດຄິດ, ຂະນະທີ່ປະເທດຢຸດສະງັກຈາກການປິດກັ້ນຂອງແກ້ງອາດຊະຍາກຳ. ວັນທີ 5 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ມາຮອດປັດຈຸບັນ ໄຮຕິມີລາຍງານຜູ້ເສຍຊີວິດຈາກພະຍາດອະຫິວາແລ້ວຢ່າງໜ້ອຍ 7 ຄົນ. ຂະນະທີ່ WHO ກ່າວເຕືອນວ່າ: ຜູ້ຕິດເຊື້ອກ່ອນໜ້ານີ້ບາງຄົນອາດບໍ່ມີການກວດພົບເຊື້ອ…

ທ່ານ ມາກອດ ກ່າວວ່າ ຟີລິບປິນອາດເຈລະຈາ ຊື້ນ້ຳມັນລາຄາຖືກຈາກຣັດເຊຍ

ທ່ານ ມາກອດ ກ່າວວ່າ ຟີລິບປິນອາດເຈລະຈາ ຊື້ນ້ຳມັນລາຄາຖືກຈາກຣັດເຊຍ

ປະທານາທິບໍດີ ເຟີດິນານ ມາກອດ ຈູເນຍ ຜູ້ນຳຟີລິບປິນ ກ່າວວ່າ: ລັດຖະບານຟີລິບປິນອາດຕິດຕໍ່ຣັດເຊຍ ເພື່ອເຈລະຈາຊື້ນ້ຳມັນ ທ່າມກາງລາຄານ້ຳມັນເພີ່ມສູງຂຶ້ນໃນຕະຫລາດໂລກ. ນອກຈາກນີ້, ປະທານາທິບໍດີ ມາກອດ ເປີດເຜີຍວ່າ: ລັດຖະບານຟີລິບປິນອາດເຈລະຈາຊື້ປຸ໋ຍຈາກຣັດເຊຍເຊັ່ນກັນ. ຄຳຖະແຫລງຂອງຜູ້ນຳຟີລິບປິນມີຂຶ້ນ ຫລັງຈາກລັດຖະບານອິນໂດເນເຊຍເປີດເຜີຍກ່ອນໜ້ານີ້ວ່າ: ອິນໂດເນເຊຍໄດ້ຮັບຂໍ້ສະເໜີຈາກຣັດເຊຍທີ່ຈະຂາຍນ້ຳມັນດິບໃນລາຄາຖືກກວ່າຕະຫລາດເຖິງ 30%. ທັງນີ້, ປະທານາທິບໍດີ…

UNCTAD ເຕືອນເສດຖະກິດໂລກກຳລັງຖົດຖອຍ ຈະຂະຫຍາຍຕົວພຽງ 2,5% 

UNCTAD ເຕືອນເສດຖະກິດໂລກກຳລັງຖົດຖອຍ ຈະຂະຫຍາຍຕົວພຽງ 2,5% 

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 4 ຕຸລາທີ່ຜ່ານມານີ້, ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍບົດລາຍງານວ່າ ການບັງຄັບໃຊ້ນະໂຍບາຍທາງດ້ານການເງິນຂອງກຸ່ມປະເທດທີ່ພັດທະນາແລ້ວ ມີຄວາມສ່ຽງທີ່ຈະຊຸກຍູ້ໃຫ້ເສດຖະກິດໂລກເຂົ້າສູ່ພາວະຖົດຖອຍ ແລະ ພາວະການຂະຫຍາຍຕົວຊ້າລົງ ສ້າງຄວາມເສຍຫາຍທີ່ຮ້າຍແຮງຍິ່ງກວ່າວິກິດການເງິນເມື່ອປີ 2008 ແລະ ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດລາຍງານວ່າດ້ວຍການຄ້າ ແລະ ການພັດທະນາປະຈຳປີ…

ປາກິດສະຖານພົບຜູ້ຕິດເຊື້ອ “ໄຂ້ເລືອດອອກ” ເພີ່ມຂຶ້ນຕໍ່ເນື່ອງ

ປາກິດສະຖານພົບຜູ້ຕິດເຊື້ອ “ໄຂ້ເລືອດອອກ” ເພີ່ມຂຶ້ນຕໍ່ເນື່ອງ

ປາກິດສະຖານກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ທ່າມກາງການແພ່ລະບາດຂອງພະຍາດດັ່ງກ່າວ ອັນມີຕົ້ນຕໍມາຈາກເຫດອຸທົກກະໄພຮຸນແຮງ. ວັນທີ 3 ຕຸລາ 2022, ແຄວ້ນສິນ ທາງຕອນໃຕ້ຂອງປາກິດສະຖານ ກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມ 311 ຄົນ ເຊິ່ງຢູ່ໃນນະຄອນກາຣາຈີ ເມືອງເອກຂອງແຄວ້ນ 255 ຄົນ ໂດຍແຄວ້ນສິນກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກໃນເດືອນຕຸລາ 652 ຄົນແລ້ວ ເຮັດໃຫ້ຈຳນວນຜູ້ປ່ວຍສະສົມໃນປີນີ້ມີ…

ຫວຽດນາມພົບຜູ້ຕິດເຊື້ອ “ໝາກສຸກລີງ” ຄົນທຳອິດ

ຫວຽດນາມພົບຜູ້ຕິດເຊື້ອ “ໝາກສຸກລີງ” ຄົນທຳອິດ

ວັນທີ 3 ຕຸລາ 2022, ກະຊວງສາທາລະນະສຸກຫວຽດນາມເປີດເຜີຍການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ເຊິ່ງເປັນຜູ້ຍິງອາຍຸ 35 ປີ ອາໄສຢູ່ນະຄອນໂຮ່ຈີມິງທາງຕອນໃຕ້ຂອງປະເທດ. ລາຍງານລະບຸວ່າ: ຜູ້ຕິດເຊື້ອດັ່ງກ່າວມີອາການປ່ວຍເມື່ອວັນທີ 18 ກັນຍາ ຂະນະເດີນທາງໃນນະຄອນດູໄບຂອງສະຫະລັດອາຣັບເອມິເຣດ ຫລື UAE ໂດຍມີອາການໄຂ້, ເມື່ອຍ, ໜາວສັ່ນ, ປວດກ້າມຊີ້ນ,…