ຈຳນວນຜູ້ເສຍຊີວິດຈາກດິນເຈື່ອນ ຢູ່ເຊຣາລີອອນເພີ່ມເປັນເກືອບ 500 ຄົນ

ຈຳນວນຜູ້ເສຍຊີວິດຈາກໂສກນາດຕະກຳດິນເຈື່ອນ ແລະ ນ້ຳຖ້ວມ ຢູ່ເຊຣາລີອອນເພີ່ມເປັນເກືອບ 500 ຄົນ, ຂະນະທີ່ຄາດວ່າຈຳນວນຜູ້ເສຍຊີວິດຈະຍັງເພີ່ມຂຶ້ນອີກ.
+ ດິນເຈື່ອນຢູ່ຈີນ ມີຜູ້ເສຍຊີວິດ 8 ຄົນ ສູນຫາຍ 17 ຄົນ
+ ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ
ໃນວັນທີ 19 ສິງຫາ, ເຈົ້າໜ້າທີ່ກູ້ໄພພົບຜູ້ເຄາະຮ້າຍເພີ່ມອີກ 18 ສົບ ເຮັດໃຫ້ຈຳນວນຜູ້ເສຍຊີວິດປັດຈຸບັນເພີ່ມເປັນ 499 ຄົນ ໃນຈຳນວນນີ້ເປັນເດັກເຖິງ 150 ກວ່າຄົນ ໂດຍເປັນຜູ້ເສຍຊີວິດຈາກເຫດດິນເຈື່ອນຢູ່ນອກນະຄອນຫລວງຟຣີທາວໃນວັນທີ 14 ສິງຫາ ແລະ ນ້ຳຖ້ວມກະທັນຫັນຢູ່ແຂວງອື່ນໆ. ນອກຈາກນີ້ ຍັງມີຜູ້ບໍ່ມີບ່ອນຢູ່ອາໄສປະມານ 20.000 ຄົນ, ເຈົ້າໜ້າທີ່ກູ້ໄພຍອມຮັບວ່າໝົດຫວັງທີ່ຈະພົບຜູ້ລອດຊີວິດເພີ່ມອີກ. ຂະນະທີ່ຍັງມີຄົນສູນຫາຍອີກຫລາຍຮ້ອຍຄົນ. ເຖິງຢ່າງໃດກໍຕາມ, ສິ່ງທີ່ເປັນຫວັງກໍຄືບັນຫາໂຣກໄພໄຂ້ເຈັບທີ່ຈະເກີດຂຶ້ນຕາມມາ ທັງອະຫິວາ ແລະ ມາລາເຣຍ, ຊ້ຳຮ້າຍເຊຣາລີອອນ ປະເທດທຸກຍາກໃນພາກຕາເວັນຕົກຂອງທະວີບອາຟຣິກາຍັງບໍ່ຟື້ນຟູດີຈາກມະຫັນຕະໄພໄວຣັດອີໂບລາ ເຊິ່ງຂ້າຊີວິດປະຊາຊົນໄປເກືອບ 4.000 ຄົນ. ຂະນະນີ້ທາງການຈຶ່ງກຳລັງວາງແຜນຮັບມື ແລະ ປ້ອງກັນກັບໂຣກຕ່າງໆ ລວມທັງກຽມຈະອົບພະຍົບປະຊາຊົນທີ່ອາໄສຢູ່ຕາມຕີນພູໃຫ້ໄປຢູ່ບ່ອນອື່ນ ເນື່ອງຈາກຢ້ານວ່າຖ້າເກີດຝົນຕົກຈະເກີດດິນເຈື່ອນອີກ.
ຂະນະດຽວກັນ, ສາທາລະນະລັດ ປະຊາທິປະໄຕ ກົງໂກ ໃນພາກກາງຂອງທະວີບອາຟຣິກາກໍຜະເຊີນເຫດການດິນເຈື່ອນທັບບ້ານເລກ ອັດແບຣ ແຂວງອິຕູຣີ ທາງພາກກາງຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ ໂດຍສາເຫດເກີດຈາກການຕັດໄມ້ທຳລາຍປ່າ ແລະ ການຕັ້ງຖິ່ນຖານຢູ່ຕາມຕີນພູ.

