ອີຣັກເລີ່ມປະຕິບັດການທວງຄືນ ເມືອງທີ່ໝັ້ນສຳຄັນຂອງກຸ່ມ IS

ນາຍົກລັດຖະມົນຕີ ໄຮເດີ ອັດອາບາດີ ຂອງອີຣັກ ປະກາດໃນວັນທີ 20 ສິງຫານີ້ ເລີ່ມປະຕິບັດການທວງຄືນເມືອງທາລ ອາຟາ ເຊິ່ງເປັນຖານທີ່ໝັ້ນສຳຄັນຂອງກຸ່ມລັດອິດສະລາມ ຫລື IS ທາງຕອນເໜືອຂອງປະເທດ.
ນາຍົກລັດຖະມົນຕີ ອັດອາບາດີ ເຊິ່ງຢູ່ໃນເຄື່ອງແບບທະຫານ ແລະ ຢືນຢູ່ໜ້າທຸງຊາດອີຣັກ ແລະ ແຜນທີ່ປະເທດ ກ່າວຜ່ານທາງໂທລະພາບໃນວັນທີ 20 ສິງຫາວ່າ: ບໍ່ມີທາງເລືອກອື່ນສຳລັບສະມາຊິກກຸ່ມ IS ທີ່ຈະຕ້ອງຕັດສິນໃຈວ່າຈະຢູ່ໃຫ້ຖືກຂ້າ ຫລື ຈະຟ້າວໜີອອກຈາກເມືອງໄປ ໂດຍກອງທັບຈະເລີ່ມຕົ້ນປະຕິບັດການປົດປ່ອຍເມືອງທາລ ອາຟາ ໃຫ້ເປັນອິດສະລະນັບແຕ່ບັດນີ້. ເມືງທາລ ອາຟາ ເຊິ່ງຕັ້ງຢູ່ຫ່າງຈາກເມືອງໂມຊຸນໄປທາງຕາເວັນຕົກປະມານ 70 ກິໂລແມັດ ຖືວ່າເປັນຖານທີ່ໝັ້ນສຳຄັນທີ່ເຫລືອຢູ່ຂອງກຸ່ມ IS ໂດຍບຸກຍຶດຄອງເມືອງໄດ້ໃນເດືອນມິຖຸນາ 2014.

