ອີງຕາມການລາຍງານສຳນັກຂ່າວໄທ ໃຫ້ຮູ້ວ່າ: ໃນເວລາ 14:00 ໂມງຂອງວັນທີ 6 ຕຸລາ 2022 ນີ້ ຕຳຫລວດໄທເລັ່ງໄລ່ລ່າຄົນຮ້າຍເຂົ້າໄປກໍ່ເຫດຍິງຄົນຢູ່ສູນພັດທະນາເດັກນ້ອຍ ເຂດອຳເພີນາກາງ ຈັງຫວັດໜອງບົວລຳພູ ມີຄົນໄດ້ຮັບບາດເຈັບຫລາຍຄົນ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ເບື້ອງຕົ້ນມີຄົນເສຍຊີວິດ 32 ຄົນ.
ປັດຈຸບັນຄົນຮ້າຍຢູ່ໃນລະຫວ່າງການຫລົບໜີ ເຈົ້າໜ້າທີ່ຕຳຫລວດກຳລັງໄລ່ລ່າ ຄົນຮ້າຍໃຊ້ລົດກະບະ ຍີ່ຫໍ້ໂຕໂຍຕາ ວີໂກ ສີຂາວ ໝາຍເລກທະບຽນ 6 ກທ 6499 ກທມ