ປາກິດສະຖານພົບຜູ້ຕິດເຊື້ອ “ໄຂ້ເລືອດອອກ” ເພີ່ມຂຶ້ນຕໍ່ເນື່ອງ

ປາກິດສະຖານກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ ທ່າມກາງການແພ່ລະບາດຂອງພະຍາດດັ່ງກ່າວ ອັນມີຕົ້ນຕໍມາຈາກເຫດອຸທົກກະໄພຮຸນແຮງ.
ວັນທີ 3 ຕຸລາ 2022, ແຄວ້ນສິນ ທາງຕອນໃຕ້ຂອງປາກິດສະຖານ ກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມ 311 ຄົນ ເຊິ່ງຢູ່ໃນນະຄອນກາຣາຈີ ເມືອງເອກຂອງແຄວ້ນ 255 ຄົນ ໂດຍແຄວ້ນສິນກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກໃນເດືອນຕຸລາ 652 ຄົນແລ້ວ ເຮັດໃຫ້ຈຳນວນຜູ້ປ່ວຍສະສົມໃນປີນີ້ມີ 10.806 ຄົນ.
ສ່ວນແຄວ້ນໄຄເບີປັດຕູນຄວາ ທາງຕາເວັນຕົກສຽງເໜືອ ກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມ 287 ຄົນ ຍັງມີຜູ້ປ່ວຍປິ່ນປົວຢູ່ 2.177 ຄົນ ແລະ ມີຜູ້ປ່ວຍສະສົມໃນປີນີ້ 9.536 ຄົນ.
ສ່ວນແຄວ້ນປັນຈາບ ທາງຕາເວັນອອກ ກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມ 230 ຄົນ ເຊິ່ງຢູ່ໃນນະຄອນລາຮໍ 99 ຄົນ ແລະ ເມືອງຣາວັນປິນດີ 87 ຄົນ. ຂະນະທີ່ຈຳນວນຜູ້ປ່ວຍສະສົມໃນປີນີ້ມີ 7.251 ຄົນ.
ອີກຢ່າງໜຶ່ງ, ນະຄອນຫລວງອິສລາມາບັດ ເມືອງຫລວງຂອງປາກິດສະຖານ ກວດພົບຜູ້ປ່ວຍພະຍາດໄຂ້ເລືອດອອກເພີ່ມ 34 ຄົນ ໂດຍມີຜູ້ປ່ວຍສະສົມໃນປີນີ້ 2.586 ຄົນ.

