G20 ມີມະຕິເຫັນພ້ອມ ຮັບຮອງສະຫະພາບອາຟຣິກາເຂົ້າເປັນສະມາຊິກຖາວອນ

ສະຫະພາບອາຟຣິກາໄດ້ຮັບການຕ້ອນຮັບສູ່ການເປັນສະມາຊິກໃໝ່ຂອງປະຊາຄົມ G20 ຢ່າງເປັນທາງການ.

ວັນທີ 9 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນຳອິນເດຍ ໃນຖານະປະທານກຸ່ມປະເທດເສດຖະກິດຂະໜາດໃຫຍ່ (G20) ປະຈໍາປີນີ້ ກ່າວວ່າ: ສະມາຊິກທັງ 20 ປະເທດ ມີມະຕິຮັບສະຫະພາບອາຟຣິກາໃນຖານະສະມາຊິກຖາວອນຢ່າງເປັນທາງການ.

ກ່ອນໜ້ານີ້, G20 ປະກອບມີສະມາຊິກ 19 ປະເທດ ໜຶ່ງໃນນັ້ນຄືອາຟຣິກາໃຕ້ ເຊິ່ງເປັນປະເທດຈາກທະວີບອາຟຣິກາພຽງແຫ່ງດຽວ ຮ່ວມກັບອົງກອນສາກົນຂະໜາດໃຫຍ່ອີກແຫ່ງໜຶ່ງ ຄືສະຫະພາບເອີຣົບ (EU) ມີມູນຄ່າເສດຖະກິດລວມກັນປະມານ 85% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ທົ່ວໂລກ.

ແນ່ນອນວ່າ: ການຮັບສະຫະພາບອາຟຣິກາເຂົ້າເປັນສະມາຊິກໃໝ່ຈະຍິ່ງເປັນການເພີ່ມອິດທິພົນທາງເສດຖະກິດໃຫ້ G20. ປັດຈຸບັນ ສະຫະພາບອາຟຣິກາມີສະມາຊິກ 55 ປະເທດ ມີປະຊາກອນລວມກັນປະມານ 1.400 ລ້ານຄົນ ແລະ ມູນຄ່າທາງເສດຖະກິດປະມານ 3 ພັນລ້ານໂດລາສະຫະລັດ. ເຖິງວ່າຕອນນີ້ມີການໂຈະສະຖານະພາບສະມາຊິກຂອງສະຫະພາບອາຟຣິກາຢ່າງໜ້ອຍ 6 ປະເທດ ເນື່ອງຈາກເກີດການລັດຖະປະຫານ, ແຕ່ທຸກຝ່າຍເບິ່ງວ່າ: ບໍ່ອາດເຮັດໃຫ້ເກີດອຸປະສັກຕໍ່ການດໍາເນີນງານຂອງ G20 ໃນອະນາຄົດ.