ຟີລິບປິນປິດບໍລິສັດການພະນັນຜິດກົດໝາຍ 214 ແຫ່ງຈາກຈີນ

ເຈົ້າໜ້າທີ່ລັດຂອງຟີລິບປິນ ສັ່ງປິດບໍລິສັດຜູ້ໃຫ້ບໍລິການການພະນັນນອກອານາເຂດຂອງຟີລິບປິນ (ໂພໂກ) ທີ່ມີຊາວຈີນດຳເນີນກິດຈະການຢ່າງຜິດກົດໝາຍຢ່າງໜ້ອຍ 214 ແຫ່ງ ແລະ ເນລະເທດແຮງງານຊາວຈີນ 6 ຄົນທຳອິດ ຈາກທັງໝົດເກືອບ 400 ຄົນ ເຊິ່ງພວກເຂົາຖືກຄວບຄຸມຕົວພາຍໃຕ້ການປາບປາມຄັ້ງໃໝ່ອອກຈາກຟີລິບປິນ.
ວັນທີ 21 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ແຮງງານຊາວຈີນຈຳນວນຫລາຍທີ່ຕົກເປັນເຫຍື່ອຂອງອາຊະຍາກຳໃນທຸລະກິດການພະນັນອອນລາຍຜິດກົດໝາຍ ບໍ່ວ່າຈະເປັນການລັກພາຕົວ ແລະ ການລ່ວງລະເມີດທາງເພດ ເປັນຕົວຈູດສະນວນໃຫ້ເກີດການປາບປາມ ແລະ ການຮຽກຮ້ອງໃຫ້ມີການສັ່ງຫ້າມ ກະທັ້ງຜູ້ປະກອບການທີ່ຖືກຕ້ອງຕາມກົດໝາຍໃນອຸດສາຫະກຳທີ່ສ້າງກຳໄລໄດ້ຫລາຍແບບນີ້.
ເຖິງວ່າໂພໂກຈະຕັ້ງຢູ່ໃນຟີລິບປິນ, ແຕ່ລູກຄ້າຢູ່ຕ່າງປະເທດ ໂດຍທຸລະກິດນີ້ເລີ່ມເຕີບໃຫຍ່ຢ່າງວ່ອງໄວໃນປີ 2016 ແລະ ສ້າງລາຍໄດ້ປະມານ 30.000 ລ້ານເປໂຊຟີລິບປິນ ໂດຍລາຍຮັບ ແລະ ຄ່າທຳນຽມການພະນັນ ນັບແຕ່ປີ 2016 ຈົນຮອດປີີນີ້.
ຂະນະທີ່ທ່ານ ໂຂເຊ ໂດມິນິກ ຄລາວາໂນ ໂຄສົກກະຊວງຍຸຕິທຳຟີລິບປິນ ກ່າວວ່າ: ການປາບປາມໃນເວລານີ້ ຕັ້ງເປົ້າໃສ່ຜູ້ປະກອບການຊາວຈີນທີ່ບໍ່ໄດ້ຈ່າຍພາສີ ຫລື ສ່ວນແບ່ງລາຍໄດ້ ຫລື ກະທຳການລະເມີດກົດໝາຍອື່ນໆ ໂດຍວີຊາຂອງຜູ້ກະທຳຜິດປະມານ 48.000 ຄົນ ເຊິ່ງສ່ວນຫລາຍເປັນແຮງງານຊາວຈີນ ຈະຖືກຍົກເລີກ ແລະ ພວກເຂົາສາມາດເດີນທາງອອກຈາກຟີລິບປິນດ້ວຍຕົນເອງ ຫລື ຜະເຊີນການເນລະເທດແບບກຸ່ມໄດ້.
“ໂພໂກທີ່ຜິດກົດໝາຍເຫລົ່ານີ້ທັງໝົດ ບໍ່ສາມາດດຳເນີນກິດຈະການໃນປະເທດໄດ້ ແລະ ຄົນທີ່ເຮັດວຽກໃຫ້ບໍລິສັດ ກຳລັງລະເມີດກົດໝາຍຂອງພວກເຮົາ ແລະ ພວກເຮົາຄວນເຮັດໃຫ້ແນ່ໃຈວ່າ: ພວກເຂົາອອກໄປຈາກປະເທດຂອງພວກເຮົາ” ລັດຖະມົນຕີກະຊວງຍຸຕິທຳຟີລິບປິນ ກ່າວ.
ນອກຈາກນີ້, ບັນດາສະມາຊິກສະພານິຕິບັນຍັດຂອງຟີລິບປິນໄດ້ຖົກຖຽງກັນວ່າ: ຈະມີການຫ້າມອຸດສາຫະກຳການພະນັນອອນລາຍຂອງຈີນທັງໝົດນຳ ຫລື ບໍ່.

