ເດັກນ້ອຍອິນໂດເນເຊຍເສຍຊີວິດຈາກ “ອາການໝາກໄຂ່ຫລັງລົ້ມເຫລວ” ເກີນ 130 ຄົນແລ້ວໃນປີນີ້

ລັດຖະບານອິນໂດເນເຊຍຢືນຢັນ ພົບເດັກນ້ອຍພາຍໃນປະເທດເສຍຊີວິດຈາກ “ອາການໝາກໄຂ່ຫລັງລົ້ມເຫລວ” 133 ຄົນແລ້ວໃນປີນີ້ ໂດຍສົງໄສມີການຮັບປະທານຢາແກ້ໄອຊະນິດນ້ຳທີ່ມີ “ສານຕ້ອງຫ້າມ”.
ວັນທີ 21 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອິນໂດເນເຊຍເຜີຍແພ່ຖະແຫລງການ ກ່ຽວກັບຄວາມຄືບໜ້າການສອບສວນ “ອາການໝາກໄຂ່ລົ້ມເຫລວ” ເຊິ່ງເກີດຂຶ້ນນຳເດັກນ້ອຍພາຍໃນປະເທດ ນັບແຕ່ເດືອນມັງກອນປີນີ້ວ່າ: ຈຳນວນຄົນເຈັບສະສົມເພີ່ມເປັນຢ່າງໜ້ອຍ 241 ຄົນ ກະຈາຍຢູ່ຢ່າງໜ້ອຍ 22 ແຂວງ ແລະ ຈຳນວນຜູ້ເສຍຊີວິດສະສົມມີຢ່າງໜ້ອຍ 133 ຄົນ ເພີ່ມຂຶ້ນຈາກສະຖິຕິ 99 ຄົນ ທີ່ມີການລາຍງານ ໃນວັນທີ 19 ຕຸລາຜ່ານມາ.
ເຖິງວ່າຄະນະກຳມະການອາຫານ ແລະ ຢາຂອງອິນໂດເນເຊຍຢືນຢັນວ່າ: ພາຍໃນປະເທດບໍ່ມີການຈຳໜ່າຍຜະລິດຕະພັນທຸກແບບຂອງບໍລິສັດ ໄມເດນ ຟາມາຊູຕິຄໍ ຂອງອິນເດຍ ເຊິ່ງອົງການອະນາໄມໂລກ (WHO) ສົງໄສວ່າ: ຢາແກ້ໄອຊະນິດນ້ຳທັງ 4 ຍີ່ຫໍ້ ທີ່ຜະລິດໂດຍບໍລິສັດແຫ່ງນີ້ ໄດ້ແກ່ Promethazine Oral Solution, Kofexmalin Baby Cough Syrup, Makoff Baby Cough Syrup ແລະ Magrip N Cold Syrup ມີສ່ວນປະກອບຂອງ ໄດເອທິລີນໄກຄໍ ແລະ ເອທິລີນໄກຄໍ ເຊິ່ງເປັນສານປະກອບອິນຊີໃຊ້ທຳລະລາຍໃນອຸດສາຫະກຳເທົ່ານັ້ນ “ຫ້າມໃຊ້ໃນອາຫານ ແລະ ຢາຢ່າງເດັດຂາດ”.
ເຖິງຢ່າງໃດກໍຕາມ, ຜົນການກວດສອບເບື້ອງຕົ້ນພົບວ່າ: ຢາແກ້ໄອນ້ຳບາງຊະນິດທີ່ຄົນເຈັບໃນອິນໂດເນເຊຍຮັບປະທານ ມີສ່ວນປະສົມຂອງໄດເອທິລີນໄກຄໍ ແລະ ເອທິລີນໄກຄໍ ເຊັ່ນກັນ ເຊິ່ງຈະມີການສອບສວນຂະຫຍາຍຜົນຕໍ່ໄປ. ສະນັ້ນ ໄດ້ມີການສັ່ງຫ້າມນຳເຂົ້າ ແລະ ການໃຊ້ສານປະກອບຕ້ອງສົງໄສທັງໝົດແລ້ວ ພ້ອມທັງຂໍໃຫ້ທຸກພາກສ່ວນ ຢຸດການຈຳໜ່າຍຢານ້ຳແກ້ໄອທຸກແບບ.
ນອກຈາກນີ້, ລັດຖະບານອິນໂດເນເຊຍປະສານງານຢ່າງໃກ້ຊິດນຳ WHO ເຊິ່ງເປີດເຜີຍເມື່ອບໍ່ດົນມານີ້ ກ່ຽວກັບການເສຍຊີວິດຂອງເດັກນ້ອຍຫລາຍກວ່າ 70 ຄົນ ໃນແກມເບຍວ່າ: ເປັນຜົນຈາກອາການໝາກໄຂ່ຫລັງລົ້ມເຫລວ ແລະ ຕ້ອງສົງໄສກ່ຽວຂ້ອງກັບການຮັບປະທານຢາແກ້ໄອຊະນິດນ້ຳ 4 ລາຍການ ເຊິ່ງຜະລິດ ແລະ ສົ່ງອອກມາຈາກ ໄມເດນ ຟາມາຊູຕິຄໍ.
ອ້າງອີງ:
https://www.reuters.com/world/asia-pacific/indonesia-says-child-deaths-acute-kidney-injury-rise-133-2022-10-21/

