ມາເລເຊຍກຽມຈັດການເລືອກຕັ້ງທົ່ວໄປວັນທີ 19 ພະຈິກນີ້

ຄະນະກຳມະການການເລືອກຕັ້ງຂອງມາເລເຊຍເປີດເຜີຍໃນວັນທີ 20 ຕຸລາ 2022 ວ່າ: ມາເລເຊຍຈະຈັດການເລືອກຕັ້ງທົ່ວໄປໃນວັນທີ 19 ພະຈິກນີ້.

ທ່ານ ອັບດຸລ ການີ ຊັລເລະ ປະທານຄະນະກຳມະການການເລືອກຕັ້ງຂອງມາເລເຊຍ ລະບຸວ່າ: ການສະເໜີຊື່ຜູ້ສະໝັກຈະມີຂຶ້ນໃນວັນທີ 5 ພະຈິກ ໂດຍຈະໃຫ້ເວລາ 2 ອາທິດໃນການຫາສຽງເລືອກຕັ້ງຢ່າງເປັນທາງການ.

ທ່ານ ອັບດຸລ ລະບຸວ່າ: ຈະມີເຈົ້າໜ້າທີ່ຜູ້ດຳເນີນການເລືອກຕັ້ງ 363.515 ຄົນ ເຊິ່ງຈະເບິ່ງແຍງໜ່ວຍເລືອກຕັ້ງ 8.958 ແຫ່ງທົ່ວປະເທດ ເພື່ອໃຫ້ບໍລິການຜູ້ມີສິດເລືອກຕັ້ງທີ່ລົງທະບຽນທັງໝົດ 21.173.638 ຄົນ.

ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ອິສມາອິລ ຊາບຣີ ຢາຄ໊ອບ ນາຍົກລັດຖະມົນຕີມາເລເຊຍ ໄດ້ປະກາດຍຸບສະພາໃນວັນທີ 10 ຕຸລາ ເພື່ອປູທາງໃຫ້ມີການເລືອກຕັ້ງທົ່ວໄປໂດຍໄວ ພ້ອມອ້າງເຖິງຄວາມຈຳເປັນໃນການຢຸດຄວາມບໍ່ແນ່ນອນທາງການເມືອງ ໂດຍມາເລເຊຍມີນາຍົກລັດຖະມົນຕີທີ່ໄດ້ຮັບການແຕ່ງຕັ້ງເຖິງ 2 ຄົນນັບແຕ່ປີ 2020 ຫລັງການລາອອກຂອງທ່ານ ມະຫາເທ ໂມຮຳໝັດ ອະດີດນາຍົກລັດຖະມົນຕີໃນເດືອນກຸມພາໃນປີນັ້ນ.

ທ່ານ ມູຢິດດິນ ຢັສຊິນ ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີເມື່ອວັນທີ 1 ຕຸລາ 2020 ແຕ່ພາຍຫລັງໄດ້ລາອອກ ຫລັງຈາກສະມາຊິກລັດຖະສະພາຖອດຖອນການສະໜັບສະໜູນ ແລະ ຕໍ່ມາທ່ານ ອິສມາອິລ ຊາບຣີ ຢາຄ໊ອບ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີເມື່ອວັນທີ 21 ສິງຫາ 2021.