WHO ປະເມີນປະຊາກອນໂລກ 90% ມີພູມຕ້ານທານໂຄວິດ ພ້ອມເຕືອນໃຫ້ລະວັງສາຍພັນໃໝ່

ອົງການອະນາໄມໂລກ (WHO) ຄາດຄະເນວ່າ: 90% ຂອງປະຊາກອນໂລກມີພູມຕ້ານທານພະຍາດໂຄວິດ-19 ແລ້ວໃນປັດຈຸບັນ, ແຕ່ເຕືອນວ່າ: ອາດຈະມີໂຄວິດສາຍພັນໃໝ່ເກີດຂຶ້ນອີກ.

ທ່ານ ທີໂດສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ຂອງ WHO ກ່າວວ່າ: ການເຝົ້າລະວັງທີ່ອ່ອນແອກຳລັງເປີດປະຕູໃຫ້ໄວຣັສສາຍພັນໃໝ່ປາກົດຂຶ້ນ ແລະ ເຂົ້າຄອບຄອງໂລກແທນໄວຣັສສາຍພັນໂອມິຄຣອນ.

“WHO ຄາດຄະເນວ່າ: ປະຊາກອນໂລກຢ່າງໜ້ອຍ 90% ໃນປັດຈຸບັນມີພູມຕ້ານທານພະຍາດໂຄວິດ-19 ໃນລະດັບໜຶ່ງ ເນື່ອງຈາກການຕິດເຊື້ອ ຫລື ການສັກວັກຊີນ” ທ່ານ ທີໂດສ ກ່າວ.

“ເຮົາໃກ້ຈະສາມາດເວົ້າໄດ້ວ່າ: ສະຖານະການສຸກເສີນຂອງພະຍາດລະບາດສິ້ນສຸດລົງແລ້ວ, ແຕ່ເຮົາຍັງໄປບໍ່ຮອດຈຸດນັ້ນ” ທ່ານ ທີໂດສ ເປີດເຜີຍຕໍ່ບັນດາສື່ມວນຊົນ.

“ຊ່ອງວ່າງໃນການເຝົ້າລະວັງ, ການທົດລອງ, ການຈັດລຳດັບ ແລະ ການສັກວັກຊີນ ຍັງສ້າງເງື່ອນໄຂທີ່ສົມບູນແບບສຳລັບການເກີດຂຶ້ນຂອງໄວຣັສສາຍພັນໃໝ່ທີ່ໜ້າກັງວົນ ເຊິ່ງອາດເຮັດໃຫ້ເກີດການເສຍຊີວິດຈຳນວນຫລາຍ”.

ທ່ານ ທີໂດສ ລະບຸວ່າ: ໃນທ້າຍອາທິດຜ່ານມາ ຖືເປັນການຄົບຮອບ 1 ປີທີ່ WHO ປະກາດໃຫ້ໄວຣັສໂຄວິດສາຍພັນໃໝ່ໂອມິຄຣອນເປັນໄວຣັສໂຄວິດ-19 ສາຍພັນໃໝ່ທີ່ໜ້າກັງວົນ ໂດຍສາຍພັນໂອມິຄຣອນໄດ້ແພ່ລະບາດໄປທົ່ວໂລກ ແລະ ສາມາດແພ່ເຊື້ອໄດ້ຫລາຍກວ່າສາຍພັນເດລຕາ.

ໃນອາທິດຜ່ານມາ, ຜົນວິໄຈຫລ້າສຸດກ່ຽວກັບວັກຊີນໂຄວິດບູສເຕີທີ່ປັບປຸງໃໝ່ນັ້ນບົ່ງຊີ້ວ່າ: ວັກຊີນສູດໃໝ່ທີ່ພັດທະນາໂດຍໄຟເຊີ/ໄບອອນເທກ ແລະ ໂມເດິນາ ມີທ່າອ່ຽງຈະໃຫ້ການປົກປ້ອງທີ່ດີຂຶ້ນເມື່ອທຽບໃສ່ວັກຊີນລຸ້ນທຳອິດ.

ຜົນວິໄຈຈາກປະຊາຊົນຫລາຍກວ່າ 360.000 ຄົນບົ່ງຊີ້ວ່າ: ວັກຊີນບູສເຕີໄດ້ເພີ່ມການປົກປ້ອງໄວຣັສສາຍພັນໃໝ່ໃນປະຊາຊົນເຊິ່ງໄດ້ຮັບວັກຊີນລຸ້ນເກົ່າມາກ່ອນ 4 ໂດສ.

ນັບແຕ່ເປີດຕົວວັກຊີນບູສເຕີລຸ້ນໃໝ່ໃນອາເມລິກາເດືອນກັນຍາ ເຊິ່ງເປັນວັກຊີນທີ່ສາມາດປ້ອງກັນໄວຣັສສາຍພັນດັ້ງເດີມ ແລະ ໄວຣັສໂອມິຄຣອນສາຍພັນ BA.4/5 ນັ້ນ ໃຫ້ຜົນໃນການປົກປ້ອງປະຊາຊົນໄວຜູ້ສູງອາຍຸ 18-49 ປີໄດ້ດີກວ່າໃນປະຊາຊົນທີ່ມີອາຍຸຫລາຍກວ່ານັ້ນ.

ທ່ານ ທີໂດສ ກ່າວວ່າ: ປັດຈຸບັນມີໄວຣັສໂອມິຄຣອນສາຍພັນຍ່ອຍຫລາຍກວ່າ 500 ສາຍພັນແພ່ລະບາດ ເຊິ່ງທັງໝົດສາມາດຫລີກລ່ຽງພູມຕ້ານທານໄດ້ງ່າຍຂຶ້ນ ເຖິງວ່າມີທ່າອ່ຽງຮຸນແຮງນ້ອຍກວ່າໄວຣັສສາຍພັນກ່ອນໜ້າກໍຕາມ.

ທັງນີ້, WHO ໄດ້ຮັບລາຍງານຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນ 6,6 ລ້ານຄົນທົ່ວໂລກ ຈາກຈຳນວນຜູ້ຕິດເຊື້ອເກືອບ 640 ລ້ານຄົນ, ແຕ່ WHO ລະບຸວ່າ: ນັ້ນເປັນຈຳນວນທີ່ໜ້ອຍກວ່າຄວາມເປັນຈິງຫລາຍ.

ທ່ານ ທີໂດສ ກ່າວວ່າ: “ປະຊາຊົນຫລາຍກວ່າ 8.500 ຄົນເສຍຊີວິດຈາກໂຄວິດໃນອາທິດຜ່ານມາ ເຊິ່ງເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້ຫລັງຈາກພະຍາດລະບາດດຳເນີນມາແລ້ວ 3 ປີ ໃນຂະນະທີ່ເຮົາມີເຄື່ອງມືຈຳນວນຫລາຍທີ່ຈະປ້ອງກັນການຕິດເຊື້ອ ແລະ ປິ່ນປົວຜູ້ຕິດເຊື້ອ”.