ເດັກຍິງ ສູບຢາສູບໄຟຟ້າ ຕັ້ງແຕ່ 9 ປີ ປັດຈຸບັນ ອາຍຸ 12 ປີ ປອດເຮັດວຽກທຽບ ເທົ່າຄົນ ອາຍຸ 80 ປີ

ວັນທີ 15 ພະຈິກ 2023ນີ້, ສຳນັກຂ່າວ bbc ລາຍງານວ່າ: “ ຊາຣາ “ ເດັກນ້ອຍຜູ້ຍິງ ອາຍຸ 12 ປີ ຊາວ ອຽກລັງ ເປັນພະຍາດຫອບຫືດ ແລະ ມີອາການໜັກ ຈົນຖືກນຳຕົວສົ່ງໂຮງໝໍ ຍ້ອນມີບັນຫາທາງລະບົບຫາຍໃຈ, ສາເຫດມາຈາກການສູບຢາສູບໄຟຟ້າຕັ້ງແຕ່ອາຍຸ 9 ປີ.

ນາງ ຊາຣ່າ ລັກສູບຢາຕັ້ງແຕ່ອາຍຸ 9 ປີ, ໂດຍໄດ້ເອົາເງິນຊື້ເຂົ້າໜົມທີ່ພໍ່ແມ່ໃຫ້ໄປລັກຊື້, ການສູບຢາໄຟຟ້າຂອງນາງ ໄດ້ເພີ່ມປະລິມານການສູບຂຶ້ນເລື້ອຍໆ ຈົນຫຼ້າສູດ ນາງສູບເຖິງ 4000 puff ໃນໄລຍະເວລາບໍ່ເທົ່າໃດມື້ ຕາມປົກກະຕິແລ້ວຢາສູບໄຟຟ້າ 1 ອັນມີ ປະມານ 600 puff ) ນາງສູບທັງເວັນ ແລະ ຄືນ ຕັ້ງແຕ່ເຊົ້າຮອດແລງ.

ໃນເດືອນກັນຍາຜ່ານມາ ລາວເລີ່ມມີອາການ ເມືື່ອຍຫອບ ຈົນໄດ້ສົ່ງໄປປິ່ນປັວໂຮງໝໍ, ເຂົ້າຫ້ອງໄອຊີຢູ ຫາຍໃຈດ້ວຍເຄື່ອງຊ່ວຍຫາຍໃຈ ແລະ ຜ່ານການກວດລະອຽດແລ້ວ ພົບວ່າ ສະພາບປອດຖືກທຳລາຍໄປເກືອບໝົດ ເຫລືອພຽງເບື້ອງດຽວ ທີ່ຍັງເຮັດວຽກປົກະຕິໄດ້, ການປິ່ນປົວຜ່ານໄປເປັນເວລາ 4 ວັນ ຮ່າງກາຍນາງກໍເລີ່ມດີຂຶ້ນ ແຕ່ຕ້ອງຢູ່ໃນຂັ້ນຕອນກາຍະບຳບັດ.

ແມ່ຂອງນາງເລົ່າວ່າ: ລູກສາວມີອາຍຸພຽງ 12 ປີ ແຕ່ ຮ່າງກາຍປຽບເໜືອບຄົນທີ່ມີອາຍຸ 80 ປີ, ແລະຝາກເຕືອນພໍ່ແມ່ຜູ້ປົກຄອງວ່າ ຢ່າໃຫ້ລູກໄປກ່ຽວພັນກັບຢາສູບໄຟຟ້າເດັດຂາດ.