ພາກກາງຂອງຫວຽດນາມຜະເຊີນນໍ້າຖ້ວມໜັກ ເມືອງເຫວ້ຈົມບາດານ
ຫວຽດນາມປະເຊີນນໍ້າຖ້ວມກະທັນຫັນໃນຫລາຍພື້ນທີ່ທາງຕອນກາງຂອງປະເທດ ລວມທັງເມືອງສໍາຄັນຄືເມືອງເຫວ້.
ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 15 ພະຈິກ, ແຂວງກວາງຈິ ແຄມຝັ່ງພາກກາງຂອງຫວຽດນາມ ລາຍງານການເກີດນໍ້າຖ້ວມເປັນວົງກວ້າງໃນຫລາຍພື້ນທີ່ ເນື່ອງຈາກຝົນທີ່ຕົກຢ່າງໜັກ ເມື່ອມໍ່ໆນີ້ ສົ່ງຜົນເຮັດໃຫ້ຕ້ອງມີການອົບພະຍົບປະຊາຊົນຫລາຍກວ່າ 2.000 ຄົນ.
ຂະນະທີ່ເທສະບານເມືອງເຫວ້ ເຊິ່ງເປັນເມືອງເອກຂອງແຂວງເຖື່ອທຽນເຫວ້ ຕັ້ງຢູ່ໃກ້ກັບແຂວງກວາງຈິ ປະເຊີນນໍ້າຖ້ວມສູງໃນຫລາຍເຂດເຊັ່ນກັນ. ສ່ວນຂໍ້ມູນຈາກໜ່ວຍງານແກ້ໄຂໄພພິບັດຫວຽດນາມລະບຸວ່າ: ໄພພິບັດທາງທໍາມະຊາດທີ່ເກີດຂຶ້ນນັບແຕ່ຕົ້ນປີນີ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍທັງໝົດ 136 ຄົນແລ້ວ.
ເຖິງຢ່າງໃດກໍດີ, ກົມອຸຕຸນິຍົມວິທະຍາ ແລະ ອຸທົກວິທະຍາຂອງຫວຽດນາມຄາດຄະເນວ່າ: ປີ 2023 ຈະເປັນປີທີ່ຫວຽດນາມຜະເຊີນພາຍຸ ແລະ ພາຍຸເຂດຮ້ອນໜ້ອຍລົງກວ່າອີກຫລາຍປີກ່ອນໜ້າ ເນື່ອງຈາກຄວາມຮຸນແຮງຂອງປາກົດການເອລນີໂຢ ສົ່ງຜົນເຮັດໃຫ້ສະພາບອາກາດເກີດຄວາມຜັນຜວນຢ່າງໜັກ.

