ສະຫະລັດ ພົບເດັກນ້ອຍຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 48,000 ຄົນ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖາບັນກຸມານເວດສາດອາເມຣິກາ ແລະ ສະມາຄົມໂຮງໝໍເດັກຂອງສະຫະລັດ ລາຍງານວ່າ: ສະຫະລັດພົບເດັກນ້ອຍຕິດເຊື້ອໂຄວິດ-19 ປະມານ 165,000 ຄົນ ໃນ 4 ອາທິດທີ່ຜ່ານມາ ແລະ ມີເດັກນ້ອຍຕິດເຊື້ອສະສົມເກືອບ 15,2 ລ້ານຄົນ ແລ້ວ ນັບແຕ່ເກີດການລະບາດໃຫຍ່ພາຍໃນປະເທດ

ລາຍງານລະບຸວ່າ: ການເກັບລວບລວມຂໍ້ມູນສະເພາະຊ່ວງອາຍຸເພີ່ມເຕີມເປັນສິ່ງທີ່ຈຳເປັນສຳຫລັບການປະເມີນຄວາມຮຸນແຮງຂອງພະຍາດໂຄວິດ-19 ລວມເຖິງຜົນກະທົບໄລຍະຍາວທີ່ອາດເກີດຂຶ້ນໄດ້