ເສດຖະກິດຫວຽດນາມ ຂະຫຍາຍຕົວຫລາຍ​ກວ່າ 8% ໃນປີ 2022 ນີ້

ສຳນັກຂ່າວຮ່າ​ໂນ້ຍລາຍງານວ່າ: ສຳນັກງານ ​ສະຖິຕິ​ ແຫ່ງ​ຊາດ​ ຂອງ ສສ ຫວຽດນາມ ​ລາຍ​ງານ​ວ່າ: ອັດຕາການ​ຂະຫຍາຍຕົວ ​ຂອງຍອດ​ຜະລິດ ​ຕະພັນ​ລວມ ພາຍ​ໃນ ​ປະ​ເທດ (GDP) ປະຈຳ​ປີ​ນີ້ ​ລະດັບ 8,02% ​ເປັນ​ສະຖິຕິ​ ສູງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ປີ 1997 ​ແລະ ສູງ​ກວ່າ ​ຄາດ​ການ​ໄວ້ ກ່ອນ​ໜ້າ​ນີ້ ລະຫວ່າງ 6,0%-6,5%. ສະຖິຕິ​ປີ​ນີ້ີ້ ຖື​ວ່າ​ສູງ​ກວ່າ ​ເມື່ອ​ທຽບ​ໃສ່ ​ປີ​ກາຍ 2,58% ຍ້ອນ​​ໄດ້​ຮັບ ​ຜົນ​ກະທົບ ​ຈາກ​ມາດ​ຕະການ​ ປ້ອງ​ກັນ ​ໂຄ​ວິດ-19 ​ໃນ​ໄລຍະ ຜ່ານ​ມາ.