ວັນທີ 2-4 ສິງຫານີ້ອາກາດຈະຮ້ອນແຮງຂຶ້ນໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 2-4 ສິງຫານີ້ ຮ່ອງຄວາມກົດດັນອາກາດຕ່ຳຍັງຈະພັດຜ່ານແຂວງພາກເໜືອຫາພາກກາງຂອງລາວ, ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນແຕ່ລະພາກ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນ.
ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ, ພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ແລະ ອາກາດຮ້ອນຂຶ້ນຢູ່ແຂວງບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ. ສຳລັບນະຄອນຫລວງວຽງຈັນຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງບໍລິເວນ, ພ້ອມມີລົມພັດແຮງເປັນບາງໂອກາດ, ພາກກາງຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນແຂວງໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ແລະ ພາກໃຕ້ຍັງຈະມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ຂະນະດຽວກັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ພະຍາກອນລະ ດັບນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆໃນວັນທີ 2-3 ສິງຫານີ້ ໃຫ້ຮູ້ວ່າ: ລະດັບນ້ຳຂອງຢູ່ແຂວງຫລວງພະບາງຫລຸດລົງເຫລືອ 8,99-9,81 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18 ແມັດ), ນະຄອນຫລວງວຽງຈັນ ຫລັກ 4 (ນ້ຳຂອງ) ຫລຸດລົງ 7,27-7,86 ແມັດ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ), ປາກຊັນ (ນ້ຳຂອງ) 10,41- 10,59 ແມັດ (ເຂດລະວັງໄພ 13,50 ແລະ ເຂດອັນຕະລາຍ 14,50 ແມັດ), ສະຫວັນນະເຂດ (ນໍ້າຂອງ) 10,21-10,30 ແມັດ (ເຂດລະວັງໄພ 12 ແມັດ ແລະ ເຂດອັນຕະລາຍ 13 ແມັດ), ປາກເຊ (ນ້ຳຂອງ) 10,17-11,18 ແມັດ (ເຂດລະວັງໄພ 11 ແມັດ ແລະ ເຂດອັນຕະລາຍ 12 ແມັດ) ແຕ່ຢູ່ຂົວເຊບັ້ງໄຟ ເພີ່ມຂຶ້ນ 18,39-18,56 ແມັດ (ເຂດອັນຕະລາຍ 17,50 ແມັດ ແລະ ເຂດອັນຕະລາຍ 18,50 ແມັດ), ເຂື່ອນນ້ຳງື່ມ 204,74-204,85 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ) ເຫັນວ່າລະດັບນ້ຳຢູ່ແຕ່ລະເຂດແມ່ນເລີ່ມຫລຸດລົງຢ່າງຕໍ່ເນື່ອງ, ເຮັດໃຫ້ການໄປມາຂອງປະຊາຊົນສະດວກຂຶ້ນຕື່ມ, ແຕ່ແນວໃດກໍຕາມ, ລະດັບຝົນຍັງບໍ່ທັນໝົດຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງມີສະຕິຕໍ່ສະພາບດິນຟ້າອາກາດເປັນແຕ່ລະໄລຍະ ເພື່ອປ້ອງກັນສະພາບນ້ຳຖ້ວມ ແລະ ອື່ນໆທີ່ຈະຕາມມາ.

