ສົງຄາມຊີຣີຂ້າຊີວິດປະຊາຊົນຢ່າງໜ້ອຍ 4.360 ຄົນ ໃນປີ 2023

ປະຊາຊົນຢູ່ຊີຣີຢ່າງໜ້ອຍ 4.360 ຄົນ ທັງພົນລະເຮືອນ ແລະ ນັກຮົບ ເສຍຊີວິດທ່າມກາງສະໝໍລະພູມ ໃນປີ 2023.

ວັນທີ 2 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານວ່າ: ສົງຄາມຢູ່ຊີຣີເຮັດໃຫ້ມີຜູ້ເສຍຊີວິດບໍ່ຕໍ່າກວ່າ 4.360 ຄົນ ໃນປີ 2023 ເຊິ່ງເປັນຈໍານວນທີ່ເພີ່ມຂຶ້ນເມື່ອທຽບໃສ່ສະຖິຕິຜູ້ເສຍຊີວິດຢ່າງໜ້ອຍ 3.825 ຄົນ ໃນປີ 2022.

ທັງນີ້, ໃນຈໍານວນຜູ້ເສຍຊີວິດທັງໝົດນັ້ນ ແບ່ງເປັນພົນລະເຮືອນ 1.889 ຄົນ ສ່ວນທີ່ເຫລືອອີກ 2.471 ຄົນ ເປັນຜູ້ເສຍຊີວິດເຊິ່ງເປັນນັກຮົບຈາກຝ່າຍສະໜັບສະໜູນ ແລະ ຕໍ່ຕ້ານລັດຖະບານ.

ເຖິງວ່າສົງຄາມຢູ່ຊີຣີ ເຊິ່ງເກີດຂຶ້ນໃນເດືອນມີນາ 2011 ສະຫງົບລົງຫລາຍໃນໄລຍະຫລັງ, ແຕ່ເກີດຄວາມເຄັ່ງຕຶງເປັນບາງຄັ້ງຄາວ ນັບແຕ່ສົງຄາມລະຫວ່າງອິດສະລາແອນກັບກຸ່ມຮາມັດ ເກີດຂຶ້ນໃນວັນທີ 7 ຕຸລາ 2023 ໂດຍມີການໂຈມຕີທາງອາກາດຈາກກອງກໍາລັງບໍ່ຮູ້ຝ່າຍຕໍ່ເປົ້າໝາຍໃນຊີຣີ ໜຶ່ງໃນນັ້ນຄືເຫດການໃນວັນທີ 30 ທັນວາຜ່ານມາ ສົ່ງຜົນໃຫ້ມີນັກຮົບຝ່າຍສະໜັບສະໜູນອີຣານເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ SOHR ສັນນິຖານວ່າ: ອິດສະລາແອນເປັນຜູ້ໂຈມຕີ.