ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການແຜ່ນດິນໄຫວຢູ່ ແຂວງອິຊິກາວະ ປະເທດຍີ່ປຸ່ນ

ວັນທີ 2 ມັງກອນ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການແຜ່ນດິນໄຫວຢູ່ ແຂວງອິຊິກາວະ ປະເທດຍີ່ປຸ່ນ ໃນວັນທີ 1 ມັງກອນ 2024 ຜ່ານມາ.
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້ຮັບຊາບຂ່າວເຫດການແຜ່ນ ດິນໄຫວຮຸນແຮງຢູ່ເຂດພາກກາງ ແຄມຝັ່ງທະເລທາງພາກຕາເວັນຕົກສ່ຽງເໜືອຂອງປະເທດຍີ່ປຸ່ນ ໂດຍສະເພາະແມ່ນ ແຂວງອິຊິກາວະ ໃນວັນທີ 1 ມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນ ຢູ່ເຂດດັ່ງກ່າວ.
ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການໄພພິບັດທາງທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
#ຂ່າວພາຍໃນລາວພັດທມະນາ #ນາຍົກ #ສົ່ງສານສະແດງຄວາມເສົ່້າສະຫລົດໃຈ

