IMF ຫລຸດທ່າອ່ຽງການເຕີບໃຫຍ່ເສດຖະກິດອາຊຽນປີນີ້

ກອງທຶນການເງິນສາກົນຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງສິງກະໂປ ແລະ ກຸ່ມ “ອາຊຽນ 5” ໃນປີນີ້ ເນື່ອງຈາກສະຖານະການໂລກ, ສ່ວນການເປີດປະເທດຂອງຈີນຍັງບໍ່ສົ່ງຜົນ ເພາະຫາກໍເກີດຂຶ້ນ.
ວັນທີ 31 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ຄາດຄະເນການຂະຫຍາຍຕົວທາງເສດຖະກິດຂອງກຸ່ມ “ອາຊຽນ 5” ປະກອບມີ ສິງກະໂປ, ມາເລເຊຍ, ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ຈະຂະຫຍາຍຕົວໃນລະດັບ 4,3% ໃນປີນີ້ ຫລຸດລົງຈາກ 4,5% ຕາມການຄາດຄະເນໃນເດືອນຕຸລາປີຜ່ານມາ, ສ່ວນການຄາດຄະເນຂອງປີ 2024 ຫລຸດລົງ 0,2% ເຫລືອ 4,7%.
ຂະນະທີ່ຄາດຄະເນການຂະຫຍາຍຕົວທາງເສດຖະກິດໂດຍລວມສໍາລັບ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນປີນີ້ ຢູ່ລະດັບ 5,2%, ສ່ວນເສດຖະກິດຂອງສິງກະໂປມີທ່າອ່ຽງຂະຫຍາຍຕົວ 1,5% ໃນປີນີ ຫລຸດລົງຈາກ 2,3% ຕາມຄາດຄະເນໃນເດືອນຕຸລາປີຜ່ານມາ.

