ອິນໂດເນເຊຍເດີນໜ້າສ້າງນິຄົມອຸດສາຫະກຳ ສໍາລັບແບັດເຕີຣີລົດຍົນໄຟຟ້າ

ອິນໂດເນເຊຍເດີນໜ້າສ້າງນິຄົມອຸດສາຫະກຳ ສໍາລັບແບັດເຕີຣີລົດຍົນໄຟຟ້າ

ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນໍາອິນໂດເນເຊຍ ເປີດເຜີຍໃນວັນທີ 28 ກຸມພາວ່າ: ອິນໂດເນເຊຍກໍາລັງກໍ່ສ້າງນິຄົມອຸດສາຫະກໍາຂະໜາດ 16.400 ເຮັກຕາ ຢູ່ເກາະກາລິມັນຕັນ ສໍາລັບກຸ່ມຜູ້ຜະລິດແບັດເຕີຣີລົດຍົນໄຟຟ້າເປັນຫລັກ. ປະທານາທິບໍດີ ວິໂດໂດ ກ່າວໃນເວລາຢ້ຽມຢາມນິຄົມອຸດສາຫະກໍາໃນເຂດບູລູງັນ ແຂວງກາລິມັນຕັນເໜືອວ່າ: ນິຄົມແຫ່ງນີ້ຈະເປັນນິຄົມອຸດສາຫະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ເປັນອະນາຄົດຂອງອິນໂດເນເຊຍ. ປັດຈຸບັນອິນໂດເນເຊຍກໍາລັງເດີນໜ້າສົ່ງເສີມລະບົບນິເວດລົດຍົນໄຟຟ້າ…

ໄຕ້ຫວັນປະກາດແຈກເງິນນັກທ່ອງທ່ຽວ ເພີ່ມແຮງຈູງໃຈ ກະຕຸ້ນທຸລະກິດທົວ

ໄຕ້ຫວັນປະກາດແຈກເງິນນັກທ່ອງທ່ຽວ ເພີ່ມແຮງຈູງໃຈ ກະຕຸ້ນທຸລະກິດທົວ

ຫົວໜ້າກົມການທ່ອງທ່ຽວໄຕ້ຫວັນ ປະກາດແຈກເງິນໃຫ້ນັກທ່ອງທ່ຽວຊາວຕ່າງປະເທດຄົນລະ 5.000 ໂດລາໄຕ້ຫວັນ ທັນທີທີ່ເດີນທາງເຖິງໄຕ້ຫວັນ ຫວັງດຶງຄົນກັບເຂົ້າມາໃຫ້ໄດ້ 10 ລ້ານຄົນໃນ 2 ປີ. ໃນອາທິດຜ່ານມາ, ທ່ານ ຈາງຊີຊົງ ຜູ້ອໍານວຍການກົມການທ່ອງທ່ຽວໄຕ້ຫວັນ ປະກາດແຜນດຶງດູດນັກທ່ອງທ່ຽວໃໝ່ ຫລັງຈໍານວນນັກທ່ອງທ່ຽວຈາກຕ່າງປະເທດຫລຸດລົງ ຈົນເຫລືອບໍ່ຮອດ 900.000 ຄົນໃນປີຜ່ານມາ ໂດຍມີເປົ້າໝາຍຈະເອີ້ນໃຫ້ຄົນກັບມາທ່ຽວໄຕ້ຫວັນໃຫ້ໄດ້…

ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ

ອາກຊັງຕິນໂຈະການສົ່ງອອກຊີ້ນໄກ່ ຫລັງພົບໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ

ລັດຖະບານອາກຊັງຕິນໂຈະສົ່ງອອກຜະລິດຕະພັນຈາກໄກ່ ຫລັງກວດພົບພະຍາດໄຂ້ຫວັດສັດປີກໃນອຸດສາຫະກຳສັດປີກ. ວັນທີ 1 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກໍາຂອງອາກຊັງຕິນອອກຖະແຫລງການ ໃນວັນທີ 28 ກຸມພາ ໂຈະການສົ່ງອອກຊີ້ນໄກ່ ແລະ ຜະລິດຕະພັນແປຮູບທີ່ກ່ຽວຂ້ອງ ຫລັງກວດພົບການແພ່ລະບາດຂອງພະຍາດໄຂ້ຫວັດສັດປີກກໍລະນີທໍາອິດ ໃນອຸດສາຫະກໍາສັດປີກ ຢູ່ແຂວງຣິໂອເນໂກຣ ຕັ້ງຢູ່ທາງຕອນໃຕ້ຂອງປະເທດ. ທັງນີ້, ອາກຊັງຕິນເປັນປະເທດໜຶ່ງໃນອາເມລິກາໃຕ້ ເຊິ່ງກໍາລັງຜະເຊີນການແພ່ລະບາດຢ່າງໜັກຂອງພະຍາດໄຂ້ຫວັດສັດປີກ…

ເຈົ້າໜ້າທີ່ໄທ ບຸກທຳລາຍສາງຈຳໜ່າຍອາໄຫລ່ລົດຈັກປອມຫລາຍກວ່າ 200.000 ອັນ

ເຈົ້າໜ້າທີ່ໄທ ບຸກທຳລາຍສາງຈຳໜ່າຍອາໄຫລ່ລົດຈັກປອມຫລາຍກວ່າ 200.000 ອັນ

ສຳນັກຂ່າວຊ່ອງ 3 ໄທລາຍງານໃຫ້ຮູ້ວ່າ: ວັນທີ 1 ມີນາ 2023 ນີ້, ເຈົ້າໜ້າທີ່ຕຳຫລວດ ຮ່ວມກັບເຈົ້າໜ້າທີ່ກົມຊັບສິນທາງປັນຍາ ກະຊວງພານິດ, ເຈົ້າໜ້າທີ່ສູນປາບປາມການລະເມີດຊັບສິນທາງປັນຍາ ນຳໝາຍສານຈັງຫວັດນະຄອນປະຖົມ ເຂົ້າກວດຄົ້ນສາງຕຳບົນ ຂຸນແກ້ວ, ອຳເພີ ນະຄອນໄຊສີ ຈັງຫວັດ ນະຄອນປະຖົມ ຫລັງຮູ້ວ່າມີການເປີດໃຊ້ເປັນສະຖານທີ່ເກັບ…

ຮົງກົງຍົກເລີກຄໍາສັ່ງໃສ່ຜ້າປິດປາກແລ້ວ ຫລັງບັງຄັບໃຊ້ມາເກືອບ 3 ປີ

ຮົງກົງຍົກເລີກຄໍາສັ່ງໃສ່ຜ້າປິດປາກແລ້ວ ຫລັງບັງຄັບໃຊ້ມາເກືອບ 3 ປີ

ຮົງກົງປະກາດຍົກເລີກຄໍາສັ່ງໃສ່ຜ້າປິດປາກຢູ່ສະຖານທີ່ສາທາລະນະ ມີຜົນນັບແຕ່ວັນທີ 1 ມີນາ 2023 ຫລັງຈາກບັງຄັບໃຊ້ມາເຖິງ 959 ວັນ. ຂະນະທີ່ທາງການເລັ່ງເດີນໜ້າເປີດເມືອງກຽມພ້ອມຕ້ອນຮັບນັກເດີນທາງເພື່ອທຸລະກິດ ແລະ ນັກທ່ອງທ່ຽວທີ່ຈະກັບມາທ່ອງທ່ຽວຮົງກົງອີກ. “ພວກເຮົາກໍາລັງກັບເຂົ້າສູ່ສະພາບປົກກະຕິ” ທ່ານ ຈອນ ລີ ຜູ້ບໍລິຫານສູງສຸດຂອງເຂດປົກຄອງພິເສດຮົງກົງ ກ່າວໃນການຖະແຫລງຂ່າວວັນທີ 28 ກຸມພາ ເຊິ່ງເປັນວັນທີ…

ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ

ບັງກລາເທດ ຍົກເລີກການເກັບພາສີນຳເຂົ້ານ້ຳຕານ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໃນລາຄາທີ່ຖືກລົງ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 27 ກຸມພາ 2023 ຜ່ານມາ, ຄະນະກຳມະການລາຍຮັບອາກອນແຫ່ງຊາດບັງກລາເທດ ໄດ້ອອກຖະແຫລງການ ໂດຍປະກາດຢຸດຕິການຈັດເກັບພາສີນຳເຂົ້າສຳລັບນ້ຳຕານຊາຍດິບ ແລະ ນ້ຳຕານຊາຍຂາວບໍລິສຸດ ເພື່ອໃຫ້ຜູ້ບໍລິໂພກສາມາດຊື້ສິນຄ້າໄດ້ໃນລາຄາທີ່ຖືກລົງ. ຖະແຫລງການລະບຸວ່າ ການຍົກເລີກຈັດເກັບພາສີນໍາເຂົ້ານ້ຳຕານຊາຍດິບ 3.000 ຕາກາ (ສະກຸນເງິນບັງກລາເທດ) ຕໍ່ໜຶ່ງໂຕນ ແລະ ການນຳເຂົ້ານ້ຳຕານຊາຍຂາວບໍລິສຸດ…

ອາເມລິກາຂີດເສັ້ນຕາຍ 30 ວັນ ສັ່ງໜ່ວຍງານລັດລົບ TikTok ຈາກອຸປະກອນທັງໝົດ

ອາເມລິກາຂີດເສັ້ນຕາຍ 30 ວັນ ສັ່ງໜ່ວຍງານລັດລົບ TikTok ຈາກອຸປະກອນທັງໝົດ

ວັນທີ 27 ກຸມພາ, ທໍານຽບຂາວປະກາດໃຫ້ເວລາໜ່ວຍງານໃນສັງກັດລັດຖະບານກາງ 30 ວັນ ໃນການລົບແອັບພລິເຄຊັນ TikTok ອອກຈາກໂທລະສັບ ແລະ ລະບົບຂອງໜ່ວຍງານລັດທັງໝົດ ແລະ ຫ້າມໃຫ້ມີການຮັບສົ່ງຂໍ້ມູນຜ່ານທາງອິນເຕີເນັດໃນແອັບພລິເຄຊັນດັ່ງກ່າວ ເພື່ອຮັກສາຂໍ້ມູນຂອງລັດຖະບານໃຫ້ປອດໄພ. ໂດຍໃນເດືອນທັນວາຜ່ານມາ, ສະພາຄອງເກຣດໄດ້ມີການລົງມະຕິຫ້າມພະນັກງານຂອງລັດຖະບານກາງໃຊ້ແອັບພລິເຄຊັນ TikTok ໃນອຸປະກອນຂອງລັດ ແລະ ໃຫ້ເວລາ…

ທາງການສະຫະລັດ ສັ່ງໃຫ້ໜ່ວຍງານລັດ ລົບແອັບພິເຄຊັນ Tiktok ອອກຈາກອຸປະກອນມືຖືພາຍໃນ 30 ວັນ

ທາງການສະຫະລັດ ສັ່ງໃຫ້ໜ່ວຍງານລັດ ລົບແອັບພິເຄຊັນ Tiktok ອອກຈາກອຸປະກອນມືຖືພາຍໃນ 30 ວັນ

ສຳນັກງານຂ່າວຕ່າງປະເທດລາຍງານ: ວັນທີ 28 ກຸມພາ 2023 ນີ້ ລັດຖະບານສະຫະລັດ ໃຫ້ເວລາແກ່ໜ່ວຍງານຕ່າງໆຂອງລັດຖະບານລົບແອັບພິເຄຊັນ ຕິກຕອກ ອອກຈາກອຸປະກອນມືຖື ພາຍໃນ 30 ວັນ ຫລັງຈາກວຸດທິສະພາສະຫະລັດ ໄດ້ລົງຄະແນນສຽງເຫັນດີຜ່ານກົດໝາຍແບຣນຕິກຕອກ ເທິງມືຖື ແລະ ອຸປະກອນເອເລັກໂຕຣນິກຕ່າງໆ ເນື່ອງຈາກກັງວົນໃນເລື່ອງຄວາມປອດໄພດ້ານຂໍ້ມູນ. ທາງດ້ານ,…

ໂຮງໝໍໃນຫວຽດນາມປ່ຽນຖ່າຍ “ຫົວໃຈພ້ອມໝາກໄຂ່ຫລັງ” ສໍາເລັດຄັ້ງທໍາອິດ

ໂຮງໝໍໃນຫວຽດນາມປ່ຽນຖ່າຍ “ຫົວໃຈພ້ອມໝາກໄຂ່ຫລັງ” ສໍາເລັດຄັ້ງທໍາອິດ

ວັນທີ 24 ກຸມພາຜ່ານມາ, ສໍານັກຂ່າວຫວຽດນາມລາຍງານວ່າ: ໂຮງໝໍແຫ່ງໜຶ່ງໃນນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ປະສົບຜົນສໍາເລັດໃນການປ່ຽນຖ່າຍຫົວໃຈ ແລະ ໝາກໄຂ່ຫລັງໃຫ້ຊາຍອາຍຸ 37 ປີ ທີ່ບໍ່ສະບາຍຈາກພະຍາດກ້າມຊີ້ນຫົວໃຈມາດົນກວ່າ 10 ປີ. ທີມແພດ 80 ຄົນ ຮ່ວມການຜ່າຕັດດັ່ງກ່າວໃນວັນທີ 15 ກຸມພາ ແລະ…

WHO ຊີ້ຄວາມສ່ຽງ “ໄຂ້ຫວັດສັດປີກ” ຢູ່ກໍາປູເຈຍຍັງຢູ່ໃນລະດັບຕໍ່າ

WHO ຊີ້ຄວາມສ່ຽງ “ໄຂ້ຫວັດສັດປີກ” ຢູ່ກໍາປູເຈຍຍັງຢູ່ໃນລະດັບຕໍ່າ

ວັນທີ 26 ກຸມພາ, ອົງການອະນາໄມໂລກ ເປີດເຜີຍວ່າ: ຄວາມສ່ຽງຈາກພະຍາດໄຂ້ຫວັດສັດປີກຊະນິດເອ ສາຍພັນ H5N1 ຕໍ່ສາທາລະນະໃນກໍາປູເຈຍຍັງຢູ່ໃນລະດັບຕໍ່າ ເຖິງວ່າມີການກວດພົບຜູ້ຕິດເຊື້ອ 2 ຄົນທໍາອິດນັບແຕ່ປີ 2014 ໃນອາທິດກ່ອນ. ຖະແຫລງການຈາກອົງການອະນາໄມໂລກລະບຸວ່າ: ຜູ້ຕິດເຊື້ອຄົນທໍາອິດເປັນເດັກຍິງອາຍຸ 11 ປີຈາກແຂວງໄພຣແວງ ທາງຕາເວັນອອກສຽງໃຕ້ຂອງກໍາປູເຈຍ ເຊິ່ງເສຍຊີວິດຈາກເຊື້ອໄວຣັສ…