ທາງການສະຫະລັດ ສັ່ງໃຫ້ໜ່ວຍງານລັດ ລົບແອັບພິເຄຊັນ Tiktok ອອກຈາກອຸປະກອນມືຖືພາຍໃນ 30 ວັນ

ສຳນັກງານຂ່າວຕ່າງປະເທດລາຍງານ: ວັນທີ 28 ກຸມພາ 2023 ນີ້ ລັດຖະບານສະຫະລັດ ໃຫ້ເວລາແກ່ໜ່ວຍງານຕ່າງໆຂອງລັດຖະບານລົບແອັບພິເຄຊັນ ຕິກຕອກ ອອກຈາກອຸປະກອນມືຖື ພາຍໃນ 30 ວັນ ຫລັງຈາກວຸດທິສະພາສະຫະລັດ ໄດ້ລົງຄະແນນສຽງເຫັນດີຜ່ານກົດໝາຍແບຣນຕິກຕອກ ເທິງມືຖື ແລະ ອຸປະກອນເອເລັກໂຕຣນິກຕ່າງໆ ເນື່ອງຈາກກັງວົນໃນເລື່ອງຄວາມປອດໄພດ້ານຂໍ້ມູນ.

ທາງດ້ານ, ທ່ານຜູ້ອຳນວຍການສຳນັກງານຈັດການ ແລະ ງົບປະມານຂອງສະຫະລັດ ກ່າວວ່າ: ເພື່ອຄວາມພະຍາຍາມຮັກສາຄວາມປອດໄພຂອງຂໍ້ມູນ ຂໍໃຫ້ໜ່ວຍງານຕ່າງໆຂອງລັດຖະບານສະຫະລັດ ລົບແອັບພິເຄຊັນຕິກຕອກ ອອກຈາກມືຖື ແລະ ອຸປະກອນເອເລັກໂຕຣນິກຂອງລັດຖະບານກາງສະຫະລັດ ລວມທັງຫ້າມໃຊ້ອິນເຕີເນັດໃນການເຂົ້າເຖິງຕິກຕອກ.