ຣິນ ມາດຣິດ ບັນລຸຂໍ້ຕົກລົງກັບ ໂມນາໂກ ຄວ້າ ເອັມບັບເປ ຄ່າໂຕ 120 ລ້ານປອນ

ສະໂມສອນ ຣິນ ມາດຣິດ ບັນລຸຂໍ້ຕົກລົງກັບ ອາແອສ ໂມນາໂກ ສຳລັບການຄວ້າໂຕ ຄີລີຍັນ ເອັມ ບັບເປ ກອງໜ້າດາວຮຸ່ງໄປຮ່ວມທີມ ດ້ວຍຄ່າໂຕເປັນສະຖິຕິໂລກ 120 ລ້ານປອນ ຈາກການລາຍ ງານຂອງ ເດິຊັນ ສື່ຊັ້ນນຳຂອງ ເມືອງ ອັງກິດ.
ດາວຍິງອາຍຸ 18 ປີ ສະ ແດງຜົນງານຍິງໄດ້ 26 ປະຕູ ຊ່ວຍຕົ້ນສັງກັດຄວ້າແຊ໊ມສູງສຸດຂອງລີກ ຝຣັ່ງ ເປັນຄັ້ງທຳອິດໃນ ຮອບ 17 ປີ ແລະ ຜ່ານເຂົ້າເຖິງ ຮອບຮອງຊະນະເລີດ ຢູຟາ ແຊ໊ມ ປຽນລີກ ໃນລະດູການຜ່ານມາ ສົ່ງຜົນໃຫ້ໄດ້ຮັບຄວາມສົນໃຈ ຈາກຫຼາຍສະໂມສອນຊັ້ນນຳ ຂອງເອີຣົບ ທັງ ຣິນ ມາດຣິດ, ອາ ເຊນອລ, ແມນເຊສເຕີ ຊິຕີ ແລະ ປາຣິສ ແຊັງແຊັກແມງ.
ຫຼ້າສຸດ ເດິຊັນ ລາຍງານ ຂ່າວວ່າ ຣິນ ມາດຣິດ ທີ່ຫາກໍ ປ່ອຍ ອັລບາໂຣ ໂມຣາຕ້າ ກອງ ໜ້າທີມຊາດ ສະເປນ ໃຫ້ ເຊລຊີ ດ້ວຍຄ່າໂຕ 70 ລ້ານປອນ ຕົກ ລົງຂໍ້ສະຫຼຸບກັບ ໂມນາໂກ ໄດ້ ແລ້ວ ໂດຍພ້ອມທຸ່ມເງິນມະຫະ ສານຈຳນວນດັ່ງກ່າວກັບການ ຄວ້າ ເອັມປັບເປ ມາຮ່ວມຖິ່ນ ຊານຕິອາໂກ ເບນາເບວ ໃນລະ ດູການນີ້.

