ຫວຽດນາມກວາດລາຍໄດ້ຈາກການທ່ອງທ່ຽວເຖິງ 3 ພັນລ້ານໂດລາ ໃນ 2 ເດືອນທໍາອິດ
ວັນທີ 3 ມີນາຜ່ານມາ, ອົງການບໍລິຫານການທ່ອງທ່ຽວແຫ່ງຊາດຫວຽດນາມ ລາຍງານວ່າ: ຫວຽດນາມສ້າງລາຍໄດ້ຈາກການທ່ອງທ່ຽວສູງເຖິງ 3,6 ພັນລ້ານໂດລາສະຫະລັດ ໃນໄລຍະ 2 ເດືອນທໍາອິດຂອງປີນີ້ ເພີ່ມຂຶ້ນ 12% ຈາກປີກ່ອນ. ເຖິງວ່າຈໍານວນນັກທ່ອງທ່ຽວຕ່າງປະເທດຈະຍັງບໍ່ຟື້ນຕົວເທົ່າລະດັບກ່ອນເກີດພະຍາດລະບາດ, ແຕ່ຕົວເລກນັກທ່ອງທ່ຽວທີ່ມີຫວຽດນາມກໍາລັງເພີ່ມຂຶ້ນເລື້ອຍໆ ເນື່ອງຈາກການກັບມາເປີດປະເທດຢ່າງເຕັມຮູບແບບ. ສໍານັກງານສະຖິຕິແຫ່ງຊາດຫວຽດນາມ ເປີດເຜີຍວ່າ: ຫວຽດນາມຕ້ອນຮັບຜູ້ໂດຍສານຕ່າງປະເທດເກືອບ…










