ພໍ່ແມ່ອີຣານປະທ້ວງເຫດວາງຢາພິດ ນັກຮຽນຍິງນັບຮ້ອຍໃນຫລາຍເມືອງ

ບັນດາພໍ່ແມ່ ແລະ ປະຊາຊົນຊາວອີຣານໃນນະຄອນຫລວງເຕຮາລານ ແລະ ຫລາຍເມືອງ ພາກັນອອກມາຊຸມນຸມປະທ້ວງເພື່ອສະແດງຄວາມບໍ່ພໍໃຈ ຫລັງເກີດເຫດການຕ້ອງສົງໄສວ່າອາດມີຜູ້ລັກລອບວາງຢາພິດເດັກນັກຮຽນຍິງໃນຫລາຍສິບໂຮງຮຽນ ໂດຍການປະທ້ວງໃນນະຄອນຫລວງເຕຮາລານຢູ່ບໍລິເວນໜ້າອາຄານກະຊວງສຶກສາທິການພົບວ່າ ການຊຸມນຸມນັ້ນໄດ້ລຸກລາມຈາກການປະທ້ວງຕໍ່ຕ້ານເຫດການທີ່ເກີດຂຶ້ນ ກາຍເປັນການຊຸກນຸມຕໍ່ຕ້ານລັດຖະບານ.
ເບື້ອງຕົ້ນສື່ທ້ອງຖິ່ນລາຍງານວ່າ: ມີເດັກນັກຮຽນຍິງຫລາຍຮ້ອຍຄົນ ໃນ 30 ກວ່າໂຮງຮຽນຂອງ 10 ແຂວງທົ່ວອີຣານ ເກີດອາການບໍ່ສະບາຍໂດຍບໍ່ຮູ້ສາເຫດໃນໄລຍະຜ່ານມາ ເຊິ່ງກໍ່ໃຫ້ເກີດຄວາມແຕກຕື່ນໃນບັນດາຜູ້ປົກຄອງ ໂດຍທາງການອີຣານເຊື່ອວ່າອາດຖືກວາງຢາພິດ ແລະ ກ່າວໂທດວ່າເປັນຝີມືຂອງສັດຕິລັດຖະບານອີຣານ.
ທັງນີ້, ວິດີໂອ ແລະ ຮູບຖ່າຍຂອງເດັກນັກຮຽນອີຣານທີ່ບໍ່ສະບາຍເຜີຍແພ່ໃນສື່ອອນລາຍໄລຍະມໍ່ໆມານີ້ ເຊິ່ງໃນວິດີໂອສະແດງໃຫ້ເຫັນເດັກນັກຮຽນຍິງທີ່ມີອາການປວດຮາກ, ຫົວໃຈເຕັ້ນແຮງ ແລະ ເຈັບຫົວ.
ດ້ານລັດຖະມົນຕີສາທາລະນະສຸກຂອງອີຣານ ລະບຸວ່າ: ບັນດາເດັກນັກຮຽນຍິງນັ້ນບໍ່ສະບາຍຈາກການຖືກວາງຢາພິດຊະນິດອ່ອນ. ຂະນະທີ່ລັດຖະມົນຕີປ້ອງກັນປະເທດຂອງອີຣານ ເປີດເຜີຍວ່າ: ເຈົ້າໜ້າທີ່ສືບສວນພົບຕົວຢ່າງຕ້ອງສົງໄສ ເຊິ່ງກຳລັງຢູ່ລະຫວ່າງການສືບສວນວ່າເປັນສາເຫດຂອງອາການບໍ່ສະບາຍ ຫລື ບໍ່ ໂດຍຈະມີການເປີດເຜີຍຜົນການສືບສວນໃນມໍ່ໆນີ້.
ເຖິງຢ່າງໃດກໍຕາມ, ນັກການເມືອງຫລາຍຄົນຊີ້ວ່າ: ຜູ້ກໍ່ເຫດວາງຢາພິດເດັກນັກຮຽນຍິງເຫລົ່ານີ້ອາດເປັນກຸ່ມມຸດສະລິມສາຍແຂງທີ່ຕໍ່ຕ້ານການຮຽນໜັງສືຂອງເດັກຍິງ.
ຂະນະທີ່ສຳນັກງານສິດທິມະນຸດແຫ່ງສະຫະປະຊາຊາດໃນນະຄອນຫລວງເຈນີວາ ຮຽກຮ້ອງໃຫ້ມີການສອບສວນຢ່າງໂປ່ງໃສກ່ຽວກັບກໍລະນີການວາງຢາພິດເດັກນັກຮຽນຍິງດັ່ງກ່າວ ໂດຍຫລາຍປະເທດເຊັ່ນ: ອາເມລິກາ ແລະ ເຢຍລະມັນ ຕ່າງສະແດງຄວາມກັງວົນຕໍ່ເຫດການທີ່ເກີດຂຶ້ນ.
ອ້າງອີງ:

