ເລຂາ UN ເຕືອນ ໂລກອາດຕ້ອງໃຊ້ເວລາອີກ 300 ປີ ກວ່າຈະບັນລຸເປົ້າໝາຍຄວາມເທົ່າທຽມທາງເພດ
ທ່ານ ອັນໂຕນິໂອ ຕູເຕີເຣັສ ເລຂາທິການອົງການສະຫະປະຊາຊາດ (UN) ອອກມາກ່າວເຕືອນວ່າ: ເປົ້າໝາຍໂລກທີ່ມີຄວາມເທົ່າທຽມທາງເພດນັ້ນຫ່າງໄກອອກໄປເລື້ອຍໆ ແລະ ອາດຕ້ອງໃຊ້ເວລາເຖິງ 300 ປີ ກວ່າຄວາມສະເໝີພາບຈະເກີດຂຶ້ນ ເນື່ອງຈາກປັດຈຸບັນຄວາມຄືບໜ້າດ້ານສິດທິແມ່ຍິງທົ່ວໂລກນັ້ນ “ຫາຍໄປຕໍ່ໜ້າຕໍ່ຕາ”. “ເປົ້າໝາຍຄວາມເທົ່າທຽມທາງເພດນັ້ນຫ່າງໄກອອກໄປເລື້ອຍໆ ໂດຍອົງການເພື່ອແມ່ຍິງແຫ່ງສະຫະປະຊາຊາດ (UN Women) ປະເມີນຈາກສະຖານະການປັດຈຸບັນວ່າອາດຢູ່ຫ່າງໄກອອກໄປເຖິງ 300…










