ກອງທັບອິດສະລາແອນຖອນກໍາລັງອອກຈາກຕອນເໜືອຂອງເຂດກາຊາ ສົ່ງສັນຍານເຈລະຈາຄືບໜ້າ

ສໍານັກຂ່າວຊິນຮົວລາຍງານວ່າ: ວັນທີ 1 ກຸມພາ, ກອງທັບອິດສະລາແອນໄດ້ຖອນກໍາລັງອອກຈາກພື້ນທີ່ທາງຕອນເໜືອຢູ່ເຂດກາຊາເປັນຄັ້ງທໍາອິດນັບແຕ່ເລີ່ມປະຕິບັດການຮຸກຮານພາກພື້ນດິນ ໂດຍຍັງບໍ່ແນ່ນອນວ່າເປັນການຖອນກໍາລັງແບບຖາວອນ ຫລື ເປັນພຽງການປ່ຽນຕໍາແໜ່ງຂອງກອງກໍາລັງອິດສະລາແອນ ເນື່ອງຈາກຍັງບໍ່ມີຄວາມເຫັນຈາກກອງທັບອິດສະລາແອນກ່ຽວກັບການເຄື່ອນໄຫວດັ່ງກ່າວ.

ແຫລ່ງຂ່າວເປີດເຜີຍວ່າ: ຫລັງກອງທັບອິດສະລາແອນຖອນກໍາລັງໄປແລ້ວ ພົນລະເມືອງຫລາຍສິບຄົນມຸ້ງໜ້າໄປພື້ນທີ່ເຫລົ່ານັ້ນເພື່ອກວດສອບເຮືອນຂອງຕົນ. ຂະນະທີ່ຄົນອື່ນໆເຂົ້າມາເກັບສົບຂອງຊາວປາແລັສຕິນທີ່ຖືກກອງທັບອິດສະລາແອນສັງຫານ.

ການຖອນທັບດັ່ງກ່າວມີຂຶ້ນຫລັງຈາກມີລາຍງານຄວາມຄືບໜ້າໃນການເຈລະຈາລະຫວ່າງອິດສະລາແອນກັບກຸ່ມຮາມັດ ເຊິ່ງອາດນໍາໄປສູ່ການຢຸດຍິງ ແລະ ການປ່ອຍຕົວນັກໂທດຊາວອິດສະລາແອນ.

ວັນທີ 30 ມັງກອນຜ່ານມາ, ທ່ານ ອິສມາອິລ ຮານີເຢ ຫົວໜ້າສໍານັກງານການເມືອງຂອງກຸ່ມຮາມັດ ປະກາດວ່າ: ກຸ່ມຮາມັດໄດ້ຮັບຂໍ້ສະເໜີເພື່ອເຈລະຈາຢຸດຍິງ ແລະ ປ່ອຍຕົວນັກໂທດ ຕາມທີ່ໄດ້ຫາລືກັນໄວ້ໃນກອງປະຊຸມຢູ່ນະຄອນຫລວງປາຣີສ.

ທ່ານ ຮານີເຢ ກ່າວວ່າ: ກຸ່ມຮາມັດຍິນດີເຈລະຈາເພື່ອລິເລີ່ມ ແລະ ສໍາຫລວດຫາແນວຄິດທີ່ຈິງຈັງ ແລະ ໃຊ້ໄດ້ແທ້ ໂດຍມີເງື່ອນໄຂວ່າຈະຕ້ອງນໍາໄປສູ່ການຢຸດເຊົາການຮຸກຮານ ແລະ ຫາບ່ອນຢູ່ອາໄສທີ່ປອດໄພໃຫ້ຊາວປາແລັສຕິນທີ່ຖືກບີບໃຫ້ຕ້ອງຫລົບໜີເພາະເຮືອນຖືກຢຶດ ແລະ ທໍາລາຍ.