ອຸຕຸເຕືອນໃຫ້ເຝົ້າລະວັງຕິດຕາມສະພາບນໍ້າຢ່າງໃກ້ຊິດ

ຕາມການພະຍາກອນລະດັບນ້ຳຂອງ ແລະ ນ້ຳໄຫລເຂົ້າອ່າງນ້ຳງື່ມໃນວັນທີ 21 ກໍລະກົດຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ຢູ່ແຂວງຫລວງພະບາງ ເພີ່ມຂຶ້ນປະມານ 9,64 - 9,66 ແມັດ (ເຂດລະວັງໄພ 17,50 ແມັດ ແລະ ເຂດອັນຕະລາຍ 18 ແມັດ); ວຽງຈັນ ຫລັກ 4 (ນ້ຳຂອງ) 6,72 – 6,82 ແມັດ (ເຂດລະວັງໄພ 11,50 ແມັດ ແລະ ເຂດອັນຕະລາຍ 12,50 ແມັດ); ປາກຊັນ (ນ້ຳຂອງ) 10,70 – 10,76 ແມັດ (ເຂດລະວັງໄພ 13,50 ແລະ ເຂດອັນຕະລາຍ 14,50 ແມັດ), ສະຫວັນນະເຂດ (ນໍ້າຂອງ) 9,07 – 9,20 ແມັດ (ເຂດລະວັງໄພ 12 ແມັດ ແລະ ເຂດອັນຕະລາຍ 13 ແມັດ); ປາກເຊ (ນ້ຳຂອງ) 8,96 – 9,24 ແມັດ (ເຂດລະວັງໄພ 11 ແມັດ ແລະ ເຂດອັນຕະລາຍ 12 ແມັດ); ຂົວເຊ (ເຊບັ້ງໄຟ) 17,39 – 17,45 ແມັດ (ເຂດອັນຕະລາຍ 17,50 ແມັດ ແລະ ເຂດອັນຕະ ລາຍ 18,50 ແມັດ); ເຂື່ອນນ້ຳງື່ມ 203,24 – 203,59 ແມັດ (ເຂດລະວັງໄພ 212 ແມັດ ແລະ ເຂດອັນຕະລາຍ 212,31 ແມັດ), ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນຜູ້ທີ່ຢູ່ເຂດດັ່ງກ່າວ ມີຄວາມລະມັດລະວັງຕົວຕໍ່ສະພາບຝົນຕົກ, ນ້ຳຖ້ວມຍຶ່ງທີ່ອາດຈະເກີດຂຶ້ນ ແລະ ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງຂອງຕົນໄວ້ທີ່ປອດໄພ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ເກີດເຫດການຄືທີ່ເຄີຍເປັນມາ.

