ຫວຽດນາມອະນຸມັດແຜນພະລັງງານມູນຄ່າມະຫາສານ ຫລັງປົດລັອກແຫລ່ງເງິນທຶນຈາກຕ່າງປະເທດ ມຸ້ງເປົ້າສູ່ຄວາມເປັນກາງທາງກາກບອນ
ທ່ານ ຝາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ອະນຸມັດແຜນດ້ານພະລັງງານມູນຄ່າມະຫາສານທີ່ຕ້ອງການເງິນທຶນຫລາຍກວ່າ 1,35 ແສນລ້ານໂດລາສະຫະລັດ ໂດຍຫວັງປົດລັອກແຫລ່ງເງິນທຶນຈາກຕ່າງປະເທດ ໂດຍສະເພາະກຸ່ມປະເທດ G7 ສໍາລັບການລົງທຶນໃນໂຄງສ້າງ ແລະ ເຄືອຂ່າຍດ້ານພະລັງງານແຫ່ງໃໝ່ ເພື່ອມຸ້ງເປົ້າໄປສູ່ປະເທດທີ່ມີຄວາມເປັນກາງທາງກາກບອນໃນກາງສະຕະວັດນີ້. ໂດຍແຜນພະລັງງານນີ້ມີຊື່ວ່າ: PDP8 ເຊິ່ງທາງການຫວຽດນາມຫວັງວ່າ: ແຜນນີ້ຈະມີສ່ວນຊ່ວຍຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານໃຫ້ປະເທດໄດ້ ໂດຍສະເພາະໃນໄລຍະທີ່ຫວຽດນາມເລີ່ມເຂົ້າສູ່ສະຖານະການປ່ຽນຜ່ານຈາກໄລຍະທີ່ອາໄສພະລັງງານຈາກຖ່ານຫີນຢ່າງໜັກໃນປັດຈຸບັນໄປສູ່ໄລຍະທີ່ເປັນກາງທາງກາກບອນພາຍໃນປີ…









