ທາງການ ອົດສະຕຣາລີ ນິວຊີແລນ ແຈ້ງເຕືອນໄພສຶນາມິ ຫລັງເກີດແຜ່ນດິນໄຫວ 7.7 ຣິກເຕີ

ທາງການ ອົດສະຕຣາລີ ນິວຊີແລນ ແຈ້ງເຕືອນໄພສຶນາມິ ຫລັງເກີດແຜ່ນດິນໄຫວ 7.7 ຣິກເຕີ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 19 ພຶດສະພາຜ່ານມາ, ທາງການອົດສະຕຣາລີ ແລະ ນິວຊີແລນ ໄດ້ອອກເຕືອນໄພອາດເກີດສຶນາມິພັດຂຶ້ນຝັ່ງ ຫລັງເກີດແຜ່ນດິນໄຫວຂະໜາດ 7.7 ຣິກເຕີ ໃກ້ເກາະນິວແຄລິໂດເນຍ ໃນມະຫາສະໝຸດປາຊິຟິກ , ສູນກາງຢູ່ເລິກຈາກພື້ນດິນ 37 ກິໂລແມັດ  ໂດຍສູນເຕືອນໄພສຶນາມິປາຊິຟິກໄດ້ແຈ້ງເຕືອນໃຫ້ປະເທດຕ່າງໆທີ່ຢູ່ແຄມມະຫາສະໝຸດປາຊິຟິກລະວັງອັນຕະລາຍ ແລະ ອົບພະຍົບໄປຢູ່ໃນພື້ນທີ່ທີ່ປອດໄພ.

WMO ເຕືອນອຸນຫະພູມທົ່ວໂລກ ຈະຮ້ອນຂຶ້ນເປັນສະຖິຕິໃໝ່ໃນອີກ 5 ປີຕໍ່ໜ້າ

WMO ເຕືອນອຸນຫະພູມທົ່ວໂລກ ຈະຮ້ອນຂຶ້ນເປັນສະຖິຕິໃໝ່ໃນອີກ 5 ປີຕໍ່ໜ້າ

ສຳນັກຂ່າວຕ່າງປະເທດລາຍງານ: ອົງການ ອຸຕຸນິຍົມໂລກ (WMO) ໄດ້ເຕືອນວ່າ: ອຸນຫະພູມໃນທົ່ວໂລກ ອາດຈະເພີ່ມຂຶ້ນເຖິງລະດັບສະຖິຕິ​ໃໝ່ໃນໄລຍະແຕ່ ປີ 2023 – 2027 ຫລື ອີກ 5 ປີ​ຕໍ່ໜ້າ ຍ້ອນສະພາບອາຍພິດເຮືອນແກ້ວ ແລະ ສະພາບການ ​ເອລນີ​ໂນ(El Nino)…

ບຣາຊິວກຽມອອກ “ພັນທະບັດສີຂຽວ” ທ້າຍປີນີ້ ເພື່ອລະດົມທຶນພັດທະນາໂຄງການດ້ານສິ່ງແວດລ້ອມ ແລະ ຄວາມຍືນຍົງ

ບຣາຊິວກຽມອອກ “ພັນທະບັດສີຂຽວ” ທ້າຍປີນີ້ ເພື່ອລະດົມທຶນພັດທະນາໂຄງການດ້ານສິ່ງແວດລ້ອມ ແລະ ຄວາມຍືນຍົງ

ລັດຖະບານບຣາຊິວໄດ້ຈັດຕັ້ງຄະນະກໍາມະການລະຫວ່າງກະຊວງຂຶ້ນໃນວັນທີ 17 ພຶດສະພາ ເພື່ອພັດທະນາແຜນງານການອອກພັນທະບັດອະທິປະໄຕເພື່ອຄວາມຍືນຍົງ (Sustainable Sovereign Bonds) ຫລື ພັນທະບັດສີຂຽວ ໃນທ້າຍປີ 2023. ທາງການບຣາຊິວຊີ້ແຈງວ່າ: ພັນທະບັດໃໝ່ເຫລົ່ານີ້ຈະເປັນກາສານໜີ້ສາທາລະນະທີ່ໄດ້ຮັບການສະໜັບສະໜູນຈາກການຈັດສັນງົບປະມານຂອງລັດຖະບານກາງບຣາຊິວ ເພື່ອການພັດທະນາທີ່ຍືນຍົງ ລວມທັງໃຊ້ໃນການດໍາເນີນໂຄງການຕ່າງໆດ້ານສິ່ງແວດລ້ອມ ແລະ ສັງຄົມ ໂດຍຄາດວ່າຈະສາມາດລະດົມທຶນໄດ້ 2 ພັນລ້ານໂດລາສະຫະລັດ….

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຫລາຍກວ່າ 80ຄົນ ຈາກເຫດພາຍຸໄຊໂຄນໂມຄາ ຖະຫລົ່ມມຽນມາ

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຫລາຍກວ່າ 80ຄົນ ຈາກເຫດພາຍຸໄຊໂຄນໂມຄາ ຖະຫລົ່ມມຽນມາ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 17 ພຶດສະພາ 2023 ຜ່ານມາ, ຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງພາຍຸໄຊໂຄນໂມຄາ ໃນປະເທດມຽນມາ ເພີ່ມຂຶ້ນຢ່າງໜ້ອຍ 81 ຄົນ, ສ່ວນໃຫ່ຍຢູ່ໃນລັດຍະໄຂ່ ໃນຂະນະທີ່ປະຊາຊົາກຳລັງສ້ອມແປງເຮືອນທີ່ພັງເສຍຫາຍ ແລະ ລໍຖ້າຄວາມຊ່ວຍເຫລືອຈາກລັດຖະບານ.  

WHO ເຕືອນການບໍລິໂພກສານໃຫ້ຄວາມຫວານແທນນ້ຳຕານ ສ່ຽງອາດເຖິງຂັ້ນເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ພຶດສະພາ ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານໂດຍກ່າວເຕືອນວ່າ ສານໃຫ້ຄວາມຫວານແທນນ້ຳຕານ ຫຼື ເອັນເອສເອສ (non-sugar sweeteners: NSS) ບໍ່ໄດ້ເຮັດໃຫ້ເກີດຜົນປະໂຫຍດໄລຍະຍາວຕໍ່ຮ່າງກາຍ ດ້ານການຄວບຄຸມ ຫຼື ລົດນ້ຳໜັກ ບໍ່ວ່າໃນຜູ້ໃຫຍ່ ຫຼື…

ທ່ານ ສີຈິ້ນຜິງ ສັ່ງໜ່ວຍກູ້ໄພຊ່ວຍຊີວິດປະຊາຊົນທຸກທາງ ຫລັງເກີດເຫດເຮືອປະມົງຂວ້ຳໃນມະຫາສະໝຸດອິນເດຍ ສູນຫາຍ 39 ຄົນ

ທ່ານ ສີຈິ້ນຜິງ ສັ່ງໜ່ວຍກູ້ໄພຊ່ວຍຊີວິດປະຊາຊົນທຸກທາງ ຫລັງເກີດເຫດເຮືອປະມົງຂວ້ຳໃນມະຫາສະໝຸດອິນເດຍ ສູນຫາຍ 39 ຄົນ

ປະທານປະເທດ ສີຈິ້ນຜິງ ຂອງຈີນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ກູ້ໄພໃຊ້ທຸກວິທີເພື່ອຊ່ວຍເຫລືອປະຊາຊົນ ຫລັງຈາກເກີດເຫດເຮືອປະມົວງພິກຂວ້ຳໃນມະຫາສະໝຸດອິນເດຍເມື່ອເວລາປະມານ 03:00 ໂມງ ຂອງວັນທີ 16 ພຶດສະພາ ຕາມເວລາທ້ອງຖິ່ນ ຂະນະທີ່ມີກໍາມະກອນສູນຫາຍ 39 ຄົນ. ສໍານັກຂ່າວ Xinhua ລາຍງານວ່າ: ເຮືອປະມົງລໍາດັ່ງກ່າວມີຊື່ວ່າ: ຫລູ່ເຜິງ ຢວນຢູ…

ທ່ານ ກິມຈອງອຸນ ກວດສອບໂຄງການພັດທະນາດາວທຽມສອດແນມທາງທະຫານ ໜ່ວຍທໍາອິດຂອງ ສປປ ເກົາຫລີ

ທ່ານ ກິມຈອງອຸນ ກວດສອບໂຄງການພັດທະນາດາວທຽມສອດແນມທາງທະຫານ ໜ່ວຍທໍາອິດຂອງ ສປປ ເກົາຫລີ

ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ເຂົ້າກວດສອບໂຄງການພັດທະນາດາວທຽມສອດແນມທາງທະຫານໜ່ວຍທໍາອິດຂອງປະເທດ ໂດຍຖືເປັນໂຄງການທີ່ສື່ທາງການ ສປປ ເກົາຫລີ ໃຫ້ຄໍານິຍາມວ່າເປັນ “ແຜນປະຕິບັດການແຫ່ງອະນາຄົດ”. ສໍານັກຂ່າວກາງເກົາຫລີ (KCNA) ລາຍງານວ່າ: ທ່ານ ກິມຈອງອຸນ ໄດ້ພົບກັບຄະນະກໍາມາທິການຜູ້ນໍາໃນການພັດທະນາດາວທຽມສອດແນມດັ່ງກ່າວວັນທີ 16 ພຶດສະພາ ກ່ອນຈະເຂົ້າຊົມດາວທຽມ…

ອິຕາລີ ເກີດນ້ຳຖ້ວມຄັ້ງໃຫຍ່ ເມືອງທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ມີຜູ້ເສຍຊີວິດແລ້ວ 2 ຄົນ

ອິຕາລີ ເກີດນ້ຳຖ້ວມຄັ້ງໃຫຍ່ ເມືອງທ່ອງທ່ຽວຫລາຍແຫ່ງໄດ້ຮັບຄວາມເສຍຫາຍ ມີຜູ້ເສຍຊີວິດແລ້ວ 2 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 16 ພຶດສະພາ 2023 ຜ່ານມາ, ສະຖານະການນ້ຳຖ້ວມໃນຫລາຍເມືອງທ່ອງທ່ຽວທີ່ຢຸ່ແຄມຝັ່ງທະເລ ທາງພາກເໜືອຂອງອິຕາລີ ຫລັງຈາກຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳສາຍສຳຄັນລົ້ນເຂົ້າຖ້ວມບ້ານເຮືອນປະຊາຊົນ ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ທາງການປະກາດເຕືອນປະຊາຊົນໃຫ້ຍ້າຍຂຶ້ນສູ່ພື້ນທີ່ສູງ ຫລັງຈາກລະດັບນ້ຳເພີ່ມຂຶ້ນສູງ, ດ້ານສຳນັກງານອຸຕຸວິທະຍາຂອງອິຕາລີ ລາຍງານວ່າ: ຄາດວ່າຈະມີຝົນຕົກໜັກຕໍ່ເນື່ອງອີກຫລາຍວັນ ຫລັງຈາກພື້ນທີ່ທາງພາກເໜືອປະເຊີນກັບຝົນຕົກໜັກມາຕະຫລອດຫລາຍອາທິດ.

EU ຕັ້ງເປົ້າໝາຍໃໝ່ ຫວັງໃຊ້ພະລັງງານໝູນວຽນເປັນແຫລ່ງຜະລິດ ພະລັງງານສະອາດສູງເຖິງ 42,5% ພາຍໃນປີ 2030

EU ຕັ້ງເປົ້າໝາຍໃໝ່ ຫວັງໃຊ້ພະລັງງານໝູນວຽນເປັນແຫລ່ງຜະລິດ ພະລັງງານສະອາດສູງເຖິງ 42,5% ພາຍໃນປີ 2030

ບັນດາສະມາຊິກກຸ່ມປະເທດສະຫະພາບເອີຣົບ (EU) ຕັ້ງເປົ້າໝາຍໃໝ່ ຫວັງໃຊ້ພະລັງງານໝູນວຽນ (Renewable Energy) ເປັນແຫລ່ງຜະລິດພະລັງງານສະອາດ 42,5% ຂອງພະລັງງານທີ່ຜະລິດໄດ້ທັງໝົດໃນແຕ່ລະປະເທດພາຍໃນປີ 2030 ເຊິ່ງສະມາຊິກ EU ກໍາລັງພະຍາຍາມຢ່າງໜັກໃນການຫລຸດການປ່ອຍແກັສກາກບອນຈາກຂະແໜງເສດຖະກິດຂອງຕົນ ເພື່ອຮັບມືການປ່ຽນແປງຂອງສະພາບອາກາດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາສີຂຽວໃນເອີຣົບ ເພື່ອຫລີກລ່ຽງການອາໄສພະລັງງານຈາກປະເທດໃດປະເທດໜຶ່ງຫລາຍເກີນໄປ. ໂດຍຜູ້ແທນທາງການທູດຂອງບັນດາປະເທດສະມາຊິກ EU ຈະພິຈາລະນາຂໍ້ຕົກລົງດັ່ງກ່າວອີກໃນວັນທີ…

ສະຖານະການຢູ່ຊູດັງຮ້າຍແຮງໜັກ ຜູ້ຍິງ ແລະ ເດັກຍິງຖືກທະຫານຂົ່ມຂືນ ຫລັງສົງຄາມກາງເມືອງຍືດເຍື້ອມາ 1 ເດືອນ

ສະຖານະການຢູ່ຊູດັງຮ້າຍແຮງໜັກ ຜູ້ຍິງ ແລະ ເດັກຍິງຖືກທະຫານຂົ່ມຂືນ ຫລັງສົງຄາມກາງເມືອງຍືດເຍື້ອມາ 1 ເດືອນ

ລັດຖະບານຊູດັງອອກມາເປີດເຜີຍລາຍງານທີ່ໜ້າຕົກໃຈ ມີຜູ້ຍິງຫລາຍຄົນຖືກທະຫານຂົ່ມຂືນໃນນະຄອນຫລວງຄາທູມ ຫລັງຈາກສົງຄາມລະຫວ່າງສອງກຸ່ມທະຫານຊູດັງຍືດເຍື້ອມາເປັນເວລາກວ່າ 1 ເດືອນແລ້ວ. ໜັງສືພິມ The Guardian ຂອງອັງກິດ ເປີດເຜີຍວ່າ: ມີຜູ້ຍິງ 4 ຄົນ ແລະ ເດັກຍິງອີກ 1 ຄົນທີ່ຖືກທະຫານຂົ່ມຂືນ ເຊິ່ງປັດຈຸບັນພວກເຂົາໄດ້ຮັບການຊ່ວຍເຫລືອຈາກໜ່ວຍຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ສັງກັດກະຊວງກິດຈະການສັງຄົມຂອງຊູດັງແລ້ວ. ທ່ານ…