ອັຟກາ​ນິສຖານ ປະສົບ​ກັບ​ຝົນຕົກ​ໜັກ​ໃນ​ຫລາຍ​ແຂວງ ພົບຜູ້ເສຍຊີວິດ 50 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ ​ວັນ​ທີ 18 ພຶດສະພາ 2024 ວ່າ: ອັຟກາ​ນິສຖານ ​ປະສົບ​ກັບ​ຝົນຕົກ​ໜັກ​ໃນ​ຫລາຍ​ແຂວງ. ຫລ້າສຸດ​ໄດ້​ພົບຜູ້ເສຍຊີວິດ50 ຄົນ​ຢູ່​ແຂວງກໍ. ໃນຂະນະທີ່ພະຍາກອນອາກາດເຕືອນວ່າ ຝົນຈະຕົກຕື່ມອີກ.

ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວວ່າ: ​ ຝົນຕົກ​ໜັກ​ໃນ​ແຂວງກໍ ຕອນກາງ​ຂອງ​ປະ​ເທດ ສົ່ງຜົນໃຫ້ເກີດນໍ້າຖ້ວມກະທັນຫັນ. ສ້າງຄວາມເສຍຫາຍແກ່ອາຄານຫລາຍກວ່າ 2.000 ຫລັງ ແລະ ໄດ້ເຮັດໃຫ້ຄົນເສຍຊີວິດ ຢ່າງໜ້ອຍ 50 ຄົນ ແລະສັດລ້ຽງເປັນພັນໆໂຕໄດ້ເສຍຊີວິດ.