ຕຳຫລວດສິນລະທຳອີຣານກຽມກັບມາລາດຕະເວນກວດຮິຢາບ ຫລັງຢຸດໄປໄລຍະປະທ້ວງໃຫຍ່

ໂຄສົກຕຳຫລວດອີຣານເປີດເຜີຍໃນວັນທີ 16 ກໍລະກົດວ່າ: ໜ່ວຍຕຳຫລວດສິນລະທຳຈະກັບມາປະຕິບັດໜ້າທີ່ລາດຕະເວນຕາມຖະໜົນອີກ ເພື່ອບັງຄັບໃຊ້ກົດໝາຍຄວບຄຸມແຕ່ງກາຍ ແລະ ການໃສ່ຜ້າຄຸມຮິຢາບ ຫລື ຜ້າຄຸມຫົວຂອງຜູ້ຍິງຢູ່ບ່ອນສາທາລະນະ.
ໂດຍການກັບມາລາດຕະເວນຂອງໜ່ວຍຕຳຫລວດສິນລະທຳມີຂຶ້ນຫລັງຈາກຢຸດໄປປະມານ 10 ເດືອນ ເນື່ອງຈາກເກີດການປະທ້ວງໃຫຍ່ທີ່ລຸກລາມໄປທົ່ວປະເທດ ເຊິ່ງມີສາເຫດມາຈາກກໍລະນີຂອງຜູ້ຍິງໄວໜຸ່ມຊື່ ມາຊາ ອາມິນີ ທີ່ເສຍຊີວິດລະຫວ່າງຖືກຕຳຫລວດສິນລະທຳຄວບຄຸມຕົວໃນນະຄອນຫລວງເຕຫະຣານ ເນື່ອງຈາກຖືກກ່າວຫາວ່າລະເມີດກົດລະບຽບການໃສ່ຮິຢາບ.
ເຖິງຢ່າງໃດກໍຕາມ, ກຸ່ມຜູ້ເຄັ່ງຂັດສາສະໜາອິດສະລາມໃນອີຣານໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ກັບມາລາດຕະເວນເພື່ອຄວບຄຸມຄວາມຮຽບຮ້ອຍອີກ.
ທັງນີ້, ພາຍໃຕ້ກົດໝາຍອິດສະລາມ ຫລື ຊາຣີອະ, ອີຣານກຳນົດໃຫ້ຜູ້ຍິງຕ້ອງຄຸມຜົມດ້ວຍຮິຢາບ ແລະ ໃສ່ເສື້ອຜ້າທີ່ຍາວ ແລະ ຫລົມເພື່ອປົກປິດຮູບຮ່າງ.
ຂະນະທີ່ໜ່ວຍຕຳຫລວດສິນລະທຳມີໜ້າທີ່ເບິ່ງແຍງບັງຄັບໃຊ້ກົດໝາຍ ແລະ ມີອຳນາດຈັບກຸມ ແລະ ຄວບຄຸມຕົວຜູ້ທີ່ແຕ່ງຕົວບໍ່ເໝາະສົມ ເຊິ່ງໃນລະຫວ່າງການລາດຕະເວນ ຕຳຫລວດຈະຕັກເຕືອນຜູ້ຍິງທີ່ບໍ່ປະຕິບັດຕາມກົດໝາຍ, ແຕ່ຖ້າຝ່າຝືນ ເຈົ້າໜ້າທີ່ມີສິດດຳເນີນຄະດີໄດ້ຕາມກົດໝາຍ.
ອ້າງອີງ:

