ນ້ຳຖ້ວມ ສ.ເກົາຫລີ ຍັງວິກິດ ມີຜູ້ເສຍຊີວິດເພີ່ມເປັນ 37 ຄົນ

ສະຖານະການນ້ຳຖ້ວມ ແລະ ດິນເຈື່ອນໃນຫລາຍພື້ນທີ່ຂອງ ສ.ເກົາຫລີ ໂດຍສະເພາະຢູ່ເມືອງຊອງຈູ ແຂວງຊຸງຊອງເໜືອ ຍັງວິກິດ ຫລັງພາຍຸຝົນຕົກຢ່າງຕໍ່ເນື່ອງໃນຫລາຍວັນຜ່ານມາ ເຮັດໃຫ້ລະດັບນ້ຳຖ້ວມສູງຂຶ້ນຢ່າງວ່ອງໄວ, ເສັ້ນທາງການສັນຈອນບາງແຫ່ງຖືກຕັດຂາດ.
ໂດຍບໍລິເວນອຸໂມງໃຕ້ດິນໂອຊົງຢູ່ແຂວງຊຸງຊອງເໜືອເປັນໜຶ່ງໃນພື້ນທີ່ທີ່ປະສົບເຫດຮຸນແຮງທີ່ສຸດ ລະດັບນ້ຳທີ່ຖ້ວມສູງຂຶ້ນກະທັນຫັນເຮັດໃຫ້ຍານພາຫະນະທີ່ຢູ່ພາຍໃນອຸໂມງຈົມໃຕ້ນ້ຳ ມີລົດໂດຍສານປະຈຳທາງໄຟຟ້າຄັນໜຶ່ງເປ່ເພເສຍຫາຍເນື່ອງຈາກລະບົບການເຮັດວຽກຂັດຂ້ອງ ເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພນຳສົບຜູ້ເສຍຊີວິດອອກມາຈາກອຸໂມງດັ່ງກ່າວໄດ້ແລ້ວ 9 ຄົນ.
ທາງການແຂວງຊຸງຊອງເໜືອລະບຸວ່າ: ມີຜູ້ເສຍຊີວິດຈາກວິກິດນ້ຳຖ້ວມໃນຄັ້ງນີ້ແລ້ວຢ່າງໜ້ອຍ 37 ຄົນ, ອີກຢ່າງໜ້ອຍ 9 ຄົນຍັງສູນຫາຍ. ເບື້ອງຕົ້ນຍັງບໍ່ຮູ້ແນ່ນອນວ່າຍັງມີຜູ້ຕົກຄ້າງຢູ່ໃນອຸໂມງໂອຊົງອີກຈຳນວນເທົ່າໃດ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພກຳລັງເລັ່ງໃຫ້ການຊ່ວຍເຫລືອຢ່າງເຕັມທີ່.
ທັງນີ້, ກົມອຸຕຸນິຍົມວິທະຍາ ສ.ເກົາຫລີ ຄາດຄະເນວ່າ: ອາດມີຝົນຕົກລົງມາຢ່າງຕໍ່ເນື່ອງຈົນຮອດກາງອາທິດນີ້ ເຊິ່ງອາດຍິ່ງເຮັດໃຫ້ສະຖານະການນ້ຳຖ້ວມ ແລະ ດິນເຈື່ອນໃນຫລາຍພື້ນທີ່ຮຸນແຮງຂຶ້ນ, ເຕືອນປະຊາຊົນໃນພື້ນທີ່ສ່ຽງໄພໃຫ້ກຽມພ້ອມອົບພະຍົບ ຫລັງຈາກມີຊາວ ສ.ເກົາຫລີ ປະມານ 6.400 ຄົນ ອົບພະຍົບອອກຈາກພື້ນທີ່ນ້ຳຖ້ວມແລ້ວໃນທ້າຍອາທິດຜ່ານມາ.
ທັງນີ້, ປະລິມານຝົນຕົກຢ່າງໜັກໃນສອງອາທິດຜ່ານມາ ເຮັດໃຫ້ເກີດສະພາບນ້ຳຖ້ວມຄັ້ງໃຫຍ່ໃນຫລາຍປະເທດ ບໍ່ວ່າຈະເປັນ ສ.ເກົາຫລີ, ອິນເດຍ ລວມທັງຈີນ ແລະ ຍີ່ປຸ່ນ ໂດຍບັນດານັກວິທະຍາສາດຕ່າງຊີ້ວ່າ: ປັດໄຈທີ່ເຮັດໃຫ້ສະຖານະການນ້ຳຖ້ວມຮຸນແຮງຂຶ້ນສ່ວນໜຶ່ງມາຈາກການປ່ຽນແປງຂອງສະພາບອາກາດທີ່ເຮັດໃຫ້ອາກາດຮ້ອນຂຶ້ນ, ອຸນຫະພູມສູງຂຶ້ນ, ເພີ່ມໂອກາດຈະເຮັດໃຫ້ຝົນຕົກໜັກຍິ່ງຂຶ້ນ. ຖືເປັນຄວາມທ້າທາຍໃນການບໍລິຫານແກ້ໄຂວິກິດຂອງບັນດາປະເທດໃນປະຊາຄົມໂລກຢ່າງໜັກ.
ອ້າງອີງ:
www.bbc.com/news/world-asia-66209578

