ເກີດເຫດໄຟໄໝ້ລົດໂດຍສານຢູ່ອິນເດຍ ເຮັດໃຫ້ມີຄົນເສຍຊີວິດ 25 ຄົນ

ເກີດເຫດໄຟໄໝ້ລົດໂດຍສານຢູ່ອິນເດຍ ເຮັດໃຫ້ມີຄົນເສຍຊີວິດ 25 ຄົນ

ສຳນັກຂ່າວອິນເດຍ ລາຍງານ: ວັນທີ 1 ກໍລະກົດ, ເຈົ້າໜ້າທີ່ຕຳຫລວດອິນເດຍໃຫ້ຮູ້ວ່າ: ເກີດເຫດໄຟໄໝ້ ລົດໂດຍສານເທິງເສັ້ນທາງດ່ວນ ທາງພາກຕາເວັນຕົກ ຂອງອິນເດຍເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 25 ຄົນ ແລະ ບາດເຈັບອີກ 8 ຄົນ. ຊຶ່ງລົດໂດຍສານຄັນດັ່ງກ່າວພວມເດີນທາງ ໄປຍັງ ເມືອງປຸເໜ…

ເຕືອນໄພໃກ້ໂຕ! ພາວເວີແບັງລະເບີດຂຶ້ນໂດຍທີ່ບໍ່ໄດ້ສຽບສາຍສາກ

ເຕືອນໄພໃກ້ໂຕ! ພາວເວີແບັງລະເບີດຂຶ້ນໂດຍທີ່ບໍ່ໄດ້ສຽບສາຍສາກ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 28 ມິຖຸນາ 2023 ຜ່ານມາ ກໍລະນີມີຜູ້ໃຊ້ເຟສບຸກລາຍໜຶ່ງໂພສເຕືອນໄພ ພາຍຫລັງລອດຕາຍແບບຫວຸດຫວິດ ເນື່ອງຈາກເກີດເຫດພາວເວີແບັງລະເບີດ ໄຟເກືອບໄໝ້ເຮືອນໝົດຫລັງ, ເຄື່ອງຂອງເສຍຫາຍ ພາວເວີແບັງດັ່ງກ່າວ ເປັນຂອງແຖມຈາກການຊື້ໂທລະສັບ. ຜູ້ໃຊ້ເຟສບຸກຄົນດ່ັງກ່າວ ລະບຸຂໍ້ຄວາມວ່າ: ໃນວັນທີ 19 ມິຖຸນາ 2023 ຜ່ານມາ…

ອົງການອະນາໄມໂລກເລັ່ງກໍານົດໃຫ້ “ແອສປາຣ໌ແຕມ” ເປັນສານເຮັດໃຫ້ເກີດມະເຮັງ

ອົງການອະນາໄມໂລກເລັ່ງກໍານົດໃຫ້ “ແອສປາຣ໌ແຕມ” ເປັນສານເຮັດໃຫ້ເກີດມະເຮັງ

ໜ່ວຍງານວິໄຈພະຍາດມະເຮັງຂອງອົງການອະນາໄມໂລກ (WHO) ຄາດວ່າຈະກໍານົດໃຫ້ “ແອສປາຣ໌ແຕມ” ຫລື ສານໃຫ້ຄວາມຫວານແທນນໍ້າຕານທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນໂລກ ເປັນສານທີ່ອາດເຮັດໃຫ້ເກີດມະເຮັງ. ຖືເປັນການເຄື່ອນໄຫວທີ່ສັ່ນສະເທືອນອຸດສາຫະກໍາອາຫານ ແລະ ເຄື່ອງດື່ມ. ວັນທີ 30 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: WHO ກ່າວໃນຖະແຫລງການວ່າ: ອົງການສາກົນເພື່ອການວິໄຈມະເຮັງ (IARC) ໄດ້ມີການປະເມີນຜົນກະທົບຂອງແອສປາຣ໌ແຕມທີ່ອາດເຮັດໃຫ້ເກີດມະເຮັງ. ຕໍ່ຈາກນີ້,…

ຄົນລາວຖືກຈັບໃນຂໍ້ຫາຍາດອາຊີບຄົນໄທ (ຂາຍຫວຍຢູ່ໄທ) ແລະ ຂາຍຫວຍເກີນລາຄາທີ່ກຳນົດໄວ້

ຄົນລາວຖືກຈັບໃນຂໍ້ຫາຍາດອາຊີບຄົນໄທ (ຂາຍຫວຍຢູ່ໄທ) ແລະ ຂາຍຫວຍເກີນລາຄາທີ່ກຳນົດໄວ້

ສຳນັກຂ່າວຊ່ອງ7 ໄທ ລາຍງານວັນທີ 29 ມິຖຸນາ 2023 ຜ່ານມາວ່າ: ເຈົ້າໜ້າທີ່ໄທ ຈັບຕົວແມ່ຄ້າຂາຍເລກຄົນໜຶ່ງທີ່ຂາຍເກີນລາຄາທາງການກຳນົດ ໃນຂໍ້ຫາ ສະເໜີຂາຍເລກໄທທີ່ຍັງບໍ່ໄດ້ອອກລາງວັນ ໃນລາຄາເກີນກວ່າທີ່ກຳນົດ. ຜູ້ກະທຳຜິດ ຊື່ວ່າ ນາງ ຂາວ ອາຍຸ 40 ປີ ສັນຊາດລາວ…

ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ

ແມັກຊິກຮ້ອນເຖິງ 50 ອົງສາ ມີຜູ້ເສຍຊີວິດຈາກຄວາມຮ້ອນແລ້ວ 100 ຄົນໃນ 2 ອາທິດ

ວັນທີ 29 ມິຖຸນາ, ກະຊວງສາທາລະນະສຸກແມັກຊິກເປີດເຜີຍລາຍງານທີ່ໜ້າຕົກໃຈວ່າ: ໃນໄລຍະ 2 ອາທິດຜ່ານມາ ມີປະຊາຊົນຢ່າງໜ້ອຍ 100 ຄົນທີ່ເສຍຊີວິດຈາກສາເຫດເຊື່ອມໂຍງກັບສະພາບອາກາດຮ້ອນອົບເອົ້າ ຫລັງອຸນຫະພູມໃນຫລາຍພື້ນທີ່ທົ່ວປະເທດເພີ່ມຂຶ້ນເຖິງ 50 ອົງສາ. ສໍານັກຂ່າວ Reuters ລາຍງານວ່າ: ຄື້ນຄວາມຮ້ອນຮຸນແຮງເປັນເວລາ 3 ອາທິດໃນເດືອນມິຖຸນານີ້ ສົ່ງຜົນກະທົບຕໍ່ຂະແໜງພະລັງງານຂອງແມັກຊິກ…

ກອງກໍາລັງຮັກສາສັນຕິພາບ UN ກຽມສິ້ນສຸດພາລະກິດຢູ່ມາລີ 30 ມິຖຸນານີ້

ກອງກໍາລັງຮັກສາສັນຕິພາບ UN ກຽມສິ້ນສຸດພາລະກິດຢູ່ມາລີ 30 ມິຖຸນານີ້

ເຈົ້າໜ້າທີ່ນັກການທູດ ເປີດເຜີຍວ່າ: ພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ (UN) ໃນປະເທດມາລີຈະສິ້ນສຸດລົງໃນວັນທີ 30 ມິຖຸນານີ້ ຫລັງຈາກກອງກໍາລັງຮັກສາສັນຕິພາບປະຕິບັດພາລະກິດນີ້ມາຍາວນານກວ່າທົດສະວັດ ໂດຍຈະຕ້ອງຖອນກອງກໍາລັງທັງໝົດປະມານ 13.000 ຄົນ ອອກຈາກມາລີພາຍໃນໄລຍະເວລາ 6 ເດືອນຕໍ່ຈາກນີ້. ການປະກາດສິ້ນສຸດພາລະກິດຮັກສາສັນຕິພາບຢູ່ມາລີເປັນໄປຕາມແຜນຂອງຄະນະ MINUSMA ໂດຍມີຂຶ້ນທ່າມກາງສະພາບການທີ່ເຄັ່ງຕຶງລະຫວ່າງກອງກໍາລັງຮັກສາສັນຕິພາບ ແລະ ລັດຖະບານທະຫານຂອງມາລີທີ່ດໍາເນີນມາຫລາຍປີ ກ່ອນຈະເຖິງຂີດສຸດໃນເດືອນມິຖຸນານີ້…

ການວິໄຈຫລ້າສຸດເຜີຍ ອັດຕາການຕັດໄມ້ທໍາລາຍປ່າເພີ່ມສູງຂຶ້ນ ເຖິງວ່າປະຊາຄົມໂລກຈະໃຫ້ຄຳໝັ້ນແກ້ໄຂບັນຫານີ້ຮ່ວມກັນ

ການວິໄຈຫລ້າສຸດເຜີຍ ອັດຕາການຕັດໄມ້ທໍາລາຍປ່າເພີ່ມສູງຂຶ້ນ ເຖິງວ່າປະຊາຄົມໂລກຈະໃຫ້ຄຳໝັ້ນແກ້ໄຂບັນຫານີ້ຮ່ວມກັນ

ການວິໄຈຫລ້າສຸດເປີດເຜີຍວ່າ: ອັດຕາການຕັດໄມ້ທໍາລາຍປ່າເພີ່ມສູງຂຶ້ນຫລາຍ ເຖິງວ່າຫລາຍປະເທດໃນປະຊາຄົມໂລກຈະໃຫ້ຄຳໝັ້ນແກ້ໄຂບັນຫານີ້ຮ່ວມກັນ ໂດຍເນື້ອທີ່ປ່າໄມ້ປະມານ 41.200 ຕາກິໂລແມັດ ໄດ້ຮັບຄວາມເສຍຫາຍຈາກບັນຫາການຕັດໄມ້ທໍາລາຍປ່າໃນປີ 2022. ອັດຕາການຕັດໄມ້ທໍາລາຍປ່າຍັງເພີ່ມສູງຂຶ້ນ ໂດຍເນື້ອທີ່ປ່າໄມ້ຂະໜາດເທົ່າກັບສະໜາມບານເຕະ 11 ສະໜາມຖືກທໍາລາຍລົງໃນທຸກໆ 1 ນາທີໃນປີຜ່ານມາ ໂດຍເບຣຊິນຖືເປັນໜຶ່ງໃນປະເທດທີ່ສູນເສຍເນື້ອທີ່ປ່າໄມ້ຫລາຍທີ່ສຸດ. ຂະນະທີ່ສະຖານະການຢູ່ອິນໂດເນເຊຍພັດດີຂຶ້ນພາຍໃນໄລຍະເວລາອັນສັ້ນ. ທັງນີ້, ຜູ້ນໍາ ແລະ ຜູ້ແທນປະເທດຕ່າງໆ…

ຊາກເຮືອດຳນ້ຳໄທທັນ ຖືກນຳຂຶ້ນມາຈາກພື້ນທະເລ ແລະ ພົບຊິ້ນສ່ວນມະນຸດໃນເຮືອ

ສຳນັກຂ່າວຕ່າງປະເທດລາຍງານວັນທີ 29 ມິຖຸນາ 2023 ນີ້ວ່າ: ໜ່ວຍງານຮັກສາຄວາມສະຫງົບແຄມຝັ່ງທະເລ ຂອງສະຫະລັດອາເມລິກາ ຢືນຢັນວ່າ ພົບຊິ້ນສ່ວນມະນຸດທີ່ເກັບກູ້ຂຶ້ນມາຈາກຊາກເຮືອດຳນ້ຳ ໄທທັນ ທີ່ລະເບີດ ໃນວັນທີ 18 ມິຖຸນາ 2023 ຜ່ານມາ. ຊາກເຮືອດຳນ້ຳຖືກນຳຂຶ້ນມາຈາກລະດັບຄວາມເລິກ 3.810 ແມັດ ທີ່ຢູ່ໃຕ້ພື້ນຜິວມະຫາສະໝຸດອັດລັງຕິກເໜືອ…

ໂມງປະຊາກອນອິນເດຍ ບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

ໂມງປະຊາກອນອິນເດຍ ບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ມິຖຸນາ ຜ່ານມາ, ໂມງປະຊາກອນໜ່ວຍທຳອິດຂອງອິນເດຍປະກອບດ້ວຍບັດໂຕເລກສີຂາວ 10 ໃບ ຕິດຢູ່ເທິງກະດານໂລຫະສີຂຽວຂະໜາດໃຫຍ່ ຊຶ່ງມັນດຶງດູດຜູ້ຍ່າງຜ່ານທີ່ຢາກຮູ້ຢາກເຫັນໃຫ້ມາເບິ່ງບັນທຶກເລື່ອງລາວຂອງປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ໂມງດັ່ງກ່າວ ມີການອັບເດດທຸກມື້ຕາມການປະເມີນທີ່ຄາດຄະເນໄວ້ ໂມງດັ່ງກ່າວຖືກສ້າງຂຶ້ນຄັ້ງທຳອິດໃນປີ 1982 ໂດຍໃນເວລານັ້ນ ອິນເດຍມີປະຊາກອນຫຼາຍກວ່າ 684 ລ້ານຄົນ ຕາມການສຳຫຼວດສຳມະໂນປະຊາກອນຂອງລັດຖະບານໃນປີ 1981…

ພະຍາດຕີນມືເປື່ອຍ ກຳລັງລະບາດໃນຕອນໃຕ້ຂອງຫວຽດນາມ ເສຍຊີວິດຢ່າງໜ້ອຍ 7 ຄົນ

ພະຍາດຕີນມືເປື່ອຍ ກຳລັງລະບາດໃນຕອນໃຕ້ຂອງຫວຽດນາມ ເສຍຊີວິດຢ່າງໜ້ອຍ 7 ຄົນ

ສຳນັກຂ່າວ ຊິນຮວາ ລາຍງານ: ວັນທີ 28 ມິຖຸນາ 2023 ຜ່ານມາວ່າ: ສະຖາບັນປາສເຕີໃນເມືອງໂຮ່ຈິມິນ ພົບຜູ້ຕິດເຊື້ອພະຍາດ ຕີນມືເປື່ອຍ ສະສົມປະມານ 11.000 ຄົນ, ເສຍຊີວິດແລ້ວ 7 ຄົນ ໃນປີນີ້, ເຊິ່ງສ່ວນໃຫຍ່ຕິດເຊື້ອໄວຣັສເອນເທີໂຣ 71…