ຈໍານວນຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ລີເບຍສູງເຖິງ 2.000 ຄົນ ສູນຫາຍນັບໝື່ນ ຫລາຍຄົນຖືກນໍ້າພັດລົງທະເລ

ຈໍານວນຜູ້ເສຍຊີວິດຈາກນໍ້າຖ້ວມຢູ່ລີເບຍສູງເຖິງ 2.000 ຄົນ ສູນຫາຍນັບໝື່ນ ຫລາຍຄົນຖືກນໍ້າພັດລົງທະເລ

ສະຖານະການນໍ້າຖ້ວມຢູ່ລີເບຍຢູ່ໃນຂັ້ນວິກິດໜັກ ໂດຍລາຍງານຫລ້າສຸດລະບຸວ່າ: ຈໍານວນຜູ້ເສຍຊີວິດສູງເຖິງ 2.000 ຄົນແລ້ວ, ຂະນະທີ່ມີປະຊາຊົນຢ່າງໜ້ອຍ 10.000 ຄົນຍັງສູນຫາຍບໍ່ຮູ້ຊະຕາກໍາ ຫລັງອິດທິພົນຈາກພາຍຸແດນຽວທີ່ພັດຖະຫລົ່ມປະເທດ 12 ກັນຍາ 2023 ເຮັດໃຫ້ເກີດຝົນຕົກໜັກຢູ່ພາກຕາເວັນອອກສຽງເໜືອ ແລະ ເຮັດໃຫ້ເຂື່ອນ 2 ແຫ່ງພັງທະລາຍລົງມາຈົນເກີດນໍ້າຖ້ວມໃຫຍ່ໃນທ້າຍອາທິດຜ່ານມາ. ຂະນະທີ່ເມືອງເດິນາໄດ້ຮັບຄວາມເສຍຫາຍໜັກ ໂດຍເນື້ອທີ 1…

IMF ຮຽກຮ້ອງໃຫ້ປະເທດ G20 ເພີ່ມແຫຼ່ງທຶນໂລກ ເພື່ອຊ່ວຍໃຫ້ພື້ນຖານເສດຖະກິດໂລກແຂງແຮງ ແລະ ໝັ້ນຄົງກວ່າເກົ່າ

IMF ຮຽກຮ້ອງໃຫ້ປະເທດ G20 ເພີ່ມແຫຼ່ງທຶນໂລກ ເພື່ອຊ່ວຍໃຫ້ພື້ນຖານເສດຖະກິດໂລກແຂງແຮງ ແລະ ໝັ້ນຄົງກວ່າເກົ່າ

ວັນທີ 10 ກັນຍາ ຜ່ານມາ, ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF) ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງເພີ່ມແຫຼ່ງທຶນໃຫ້ແກ່ອົງການນີ້ກ່ອນທ້າຍປີ 2023, ພ້ອມດຽວກັນນັ້ນກໍຮຽກຮ້ອງໃຫ້ບັນດາສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນແຖວໜ້າໂລກ (G20) ປະຕິບັດຄຳໝັ້ນສັນຍາສະໜອງທຶນ 100 ຕື້ໂດລາຕໍ່ປີ ໃຫ້ແກ່ກອງທຶນເພື່ອຫຼຸດຜ່ອນຄວາມເສຍຫາຍຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ…

ທ່ານ ກິມຈອງອຸນ ເດີນທາງເຖິງຣັດເຊຍແລ້ວ ອາເມລິກາເຕືອນຢ່າຄ້າຂາຍອາວຸດໃຫ້້ທ່ານ ປູຕິນ

ທ່ານ ກິມຈອງອຸນ ເດີນທາງເຖິງຣັດເຊຍແລ້ວ ອາເມລິກາເຕືອນຢ່າຄ້າຂາຍອາວຸດໃຫ້້ທ່ານ ປູຕິນ

ສໍານັກຂ່າວ Reuters ລາຍງານວ່າ: ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ໄດ້ເດີນທາງເຖິງຣັດເຊຍແລ້ວໃນເຊົ້າວັນທີ 12 ກັນຍາ ເພື່ອກຽມເຂົ້າຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ. ຂະນະທີ່ອາເມລິກາອອກມາເຕືອນວ່າ: ທັງສອງປະເທດບໍ່ຄວນເຮັດຂໍ້ຕົກລົງຄ້າຂາຍອາວຸດເຊິ່ງກັນ ແລະ ກັນ. ສໍານັກຂ່າວ KCNA…

ອົງການອະນາໄມໂລກເປີດເຜີຍ! ບັງກະລາເທດ  ພວມປະເຊີນພະຍາດໄຂ້ເລືອດອອກຢ່າງໜັກເສຍຊີວິດຢ່າງໜ້ອຍ 691 ຄົນ

ອົງການອະນາໄມໂລກເປີດເຜີຍ! ບັງກະລາເທດ  ພວມປະເຊີນພະຍາດໄຂ້ເລືອດອອກຢ່າງໜັກເສຍຊີວິດຢ່າງໜ້ອຍ 691 ຄົນ

ວັນທີ 8 ກັນຍາ 2023 ຜ່ານມາ ນີ້ ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປີນີ້ ໄຂ້ເລືອດອອກກຳລັງແພ່ລະບາດຢ່າງໜັກໃນອາຊີໃຕ້ ໂດຍສະເພາະບັງກລາເທດ ມີຜູ້ເສຍຊີວິດຫຼາຍສຸດເປັນປະຫວັດສາດ ຊຶ່ງຜູ້ຊ່ຽວຊານລະບຸວ່າ: ມີປັດໄຈມາຈາກໂລກຮ້ອນ ແລະ ລະດູຝົນທີ່ດົນ. ບັງກະລາເທດ ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກຢ່າງໜ້ອຍ 691…

ຜູ້ນໍາກໍາປູເຈຍກຽມຢ້ຽມຢາມຈີນ ເປັນປະເທດທໍາອິດຫລັງຮັບຕໍາແໜ່ງ

ຜູ້ນໍາກໍາປູເຈຍກຽມຢ້ຽມຢາມຈີນ ເປັນປະເທດທໍາອິດຫລັງຮັບຕໍາແໜ່ງ

ພົນເອກ ຮຸນ ມາເນດ ກຽມຢ້ຽມຢາມຈີນຢ່າງເປັນທາງການໃນອາທິດນີ້ ເປັນປະເທດທໍາອິດ ຫລັງຮັບຕໍາແໜ່ງໃນເດືອນພຶດສະພາຜ່ານມາ. ວັນທີ 12 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດຈີນອອກຖະແຫລງການວ່າ: ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກຽມຢ້ຽມຢາມນະຄອນຫລວງປັກກິ່ງຢ່າງເປັນທາງການ ລະຫວ່າງວັນທີ 14-16 ກັນຍານີ້ ຕາມຄໍາເຊີນຂອງທ່ານ…

ສປປ ເກົາຫລີ ຢືນຢັນ ທ່ານຜູ້ນໍານັ່ງລົດໄຟ ໄປຢ້ຽມຢາມຣັດເຊຍຕາມຄໍາເຊີນຂອງທ່ານ ປູຕິນ

ສປປ ເກົາຫລີ ຢືນຢັນ ທ່ານຜູ້ນໍານັ່ງລົດໄຟ ໄປຢ້ຽມຢາມຣັດເຊຍຕາມຄໍາເຊີນຂອງທ່ານ ປູຕິນ

ລັດຖະບານພຽງຢາງເຜີຍແພ່ພາບຊຸດ ເປັນການຢືນຢັນການເດີນທາງອອກຈາກ ສປປ ເກົາຫລີ ຂອງທ່ານ ກິມຈອງອຸນ ເພື່ອຢ້ຽມຢາມຣັດເຊຍເປັນຄັ້ງທໍາອິດໃນຮອບ 4 ປີ. ວັນທີ 12 ກັນຍາ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ…

ນ້ຳຖ້ວມຄັ້ງໃຫຍ່ຢູ່ພາກຕາເວັນອອກຂອງລີເບຍ ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ

ນ້ຳຖ້ວມຄັ້ງໃຫຍ່ຢູ່ພາກຕາເວັນອອກຂອງລີເບຍ ມີຜູ້ເສຍຊີວິດຫລາຍກວ່າ 200 ຄົນ

ມີຜູ້ເສຍຊີວິດ “ບໍ່ຕໍ່າກວ່າ 200 ຄົນ” ຈາກນໍ້າຖ້ວມຄັ້ງໃຫຍ່ຢູ່ພາກຕາເວັນອອກຂອງລີເບຍ. ວັນທີ 12 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານກາແດງລີເບຍລາຍງານ ມີຜູ້ເສຍຊີວິດ “ຫລາຍກວ່າ 200 ຄົນ” ແລະ ມີທ່າອ່ຽງສູງ ວ່າຈໍານວນຜູ້ເສຍຊີວິດຈະເພີ່ມຂຶ້ນຫລາຍກວ່ານີ້ ເນື່ອງຈາກອິດທິພົນຂອງພາຍຸດານຽວ ເຊິ່ງສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ…

ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ

ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ

ຜູ້ນໍາຝ່າຍຄ້ານອິນເດຍ ກ່າວເຖິງກໍລະນີທີ່ລັດຖະບານມີແຜນປ່ຽນຊື່ປະເທດ “ເປັນເລື່ອງໄຮ້ສາລະ”. ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 11 ກັນຍາ, ທ່ານ ຣາຫຸລ ຄານທີ ຜູ້ນໍາຝ່າຍຄ້ານອິນເດຍ ກ່າວເຖິງກໍລະນີທີ່ລັດຖະບານຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ມີແຜນປ່ຽນຊື່ປະເທດຢ່າງເປັນທາງການ ຈາກ “ອິນເດຍ” ທີ່ເປັນພາສາອັງກິດ ໃຊ້ເປັນ “ດາຣັດ”…

ປິດກອງປະຊຸມ G20 ອິນເດຍສົ່ງໜ້າທີ່ປະທານກຸ່ມຕໍ່ໃຫ້ເບຣຊິນ

ປິດກອງປະຊຸມ G20 ອິນເດຍສົ່ງໜ້າທີ່ປະທານກຸ່ມຕໍ່ໃຫ້ເບຣຊິນ

ກອງປະຊຸມສຸດຍອດຜູ້ນໍາ G20 ຢູ່ນະຄອນຫລວງນິວເດລີ ປະເທດອິນເດຍ ອັດລົງຮຽບຮ້ອຍແລ້ວໃນວັນທີ 10 ກັນຍາຜ່ານມາ ໂດຍອິນເດຍໄດ້ສົ່ງມອບຕໍາແໜ່ງປະທານຂອງກຸ່ມໃຫ້ເບຣຊິນຕໍ່ໄປ. ຂະນະທີ່ຣັດເຊຍຍ້ອງຍໍມະຕິຂອງກອງປະຊຸມທີ່ບໍ່ໄດ້ປະນາມມົດສະກູສໍາລັບການເຮັດສົງຄາມໃນຢູເຄຣນ, ແຕ່ຮຽກຮ້ອງໃຫ້ປະເທດສະມາຊິກຫລີກລ່ຽງການໃຊ້ກໍາລັງ. ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ ຍັງໄດ້ຂໍໃຫ້ບັນດາຜູ້ນໍາປະເທດສະມາຊິກ G20 ຈັດກອງປະຊຸມໃນເດືອນພະຈິກ ເພື່ອທົບທວນຄວາມຄືບໜ້າກ່ຽວກັບຂໍ້ສະເໜີດ້ານນະໂຍບາຍ ແລະ ເປົ້າໝາຍທີ່ປະກາດໃນກອງປະຊຸມໃນທ້າຍອາທິດຜ່ານມາ….

ແຜ່ນດິນໄຫວຢູ່ໂມຣ໊ອກໂກ ຈໍານວນຜູ້ເສຍຊີວິດເພີ່ມເປັນ 2.122 ຄົນ ບາດເຈັບອີກ 2.421 ຄົນ

ແຜ່ນດິນໄຫວຢູ່ໂມຣ໊ອກໂກ ຈໍານວນຜູ້ເສຍຊີວິດເພີ່ມເປັນ 2.122 ຄົນ ບາດເຈັບອີກ 2.421 ຄົນ

ທາງການໂມຣ໊ອກໂກລາຍງານວ່າ: ມີຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນທ້າຍອາທິດຜ່ານມາເພີ່ມເປັນ 2.122 ຄົນ, ມີຜູ້ໄດ້ຮັບບາດເຈັບອີກ 2.412 ຄົນ ໃນຈໍານວນນີ້ຫລາຍຄົນອາການສາຫັດ, ຂະນະທີ່ຕົວເລກເຫລົ່ານີ້ມີທ່າອ່ຽງເພີ່ມສູງຂຶ້ນອີກ. ໂດຍກະຊວງການຕ່າງປະເທດຝຣັ່ງລະບຸວ່າ: ມີຜູ້ທີ່ຖືສັນຊາດຝຣັ່ງ 4 ຄົນເສຍຊີວິດຈາກເຫດການແຜ່ນດິນໄຫວຄັ້ງນີ້. ຂະນະທີ່ອີກ 15 ຄົນໄດ້ຮັບບາດເຈັບ. ເບື້ອງຕົ້ນສະຖານທູດຝຣັ່ງໄດ້ຕິດຕໍ່ປະສານງານ ແລະ ໃຫ້ການຊ່ວຍເຫລືອແລ້ວ. ຂະນະທີ່ປະທານາທິບໍດີ…