ຫລາຍໆສາເຫດທີ່ເຮັດໃຫ້ຂີ້ແຮ້ດຳໄດ້

ແມ່ຍິງບາງທ່ານບໍ່ໝັ້ນໃຈກັບການນຸ່ງເສື້ອແຂນສັ້ນ, ສາຍດ່ຽວທີ່ຕ້ອງເປີດ ຫລື ໂຊກ້ອງຂີ້ແຮ້ ເຊິ່ງສາເຫດທີ່ເຮັດໃຫ້ຂີ້ແຮ້ດຳ, ບໍ່ຂາວກ້ຽງນັ້ນມາຈາກຫລາຍໆປັດໄຈດັ່ງນີ້ :

  1. ຄົນຜິວຄ້ຳ ຫລື ຜິວສອງສີ ກໍມັກຈະມີຂີ້ແຮ້ດຳຄ້ຳກ່ວາຄົນສີຜິວຂາວ ຫລື ສີຜິວທຳມະດາ.
  2. ເກີດຈາກອາການແພ້ໂຣອອນ ຫລື ນ້ຳຫອມ.
  3. ການຫລົກ ຫລື ຖອນ ລວມທັງແຖ ຫລື ແວັກຂົນຂີ້ແຮ້ ອາດເກີດການລະຄາຍເຄືອງ ຈຶ່ງເຮັດໃຫ້ເກີດຮອຍດຳຄ້ຳໄດ້.
  4. ຄົນທີ່ມີຊີ້ນຫລາຍໆ ຫລື ຄົນຕຸ້ຍ ເກີດຈາກການສຽດສີຕະຫລອດ ເຮັດໃຫ້ເກີດຮອຍດຳຄ້ຳໄດ້ຄືກັນ.
  5. ສານທີ່ຢູ່ໃນໂຣອອນ ອາດເຮັດໃຫ້ເກີດອາການແພ້ ຈົນເຮັດໃຫ້ຂີ້ແຮ້ດຳຄ້ຳ.