ສປປ ເກົາຫລີ ຢືນຢັນ ທ່ານຜູ້ນໍານັ່ງລົດໄຟ ໄປຢ້ຽມຢາມຣັດເຊຍຕາມຄໍາເຊີນຂອງທ່ານ ປູຕິນ

ລັດຖະບານພຽງຢາງເຜີຍແພ່ພາບຊຸດ ເປັນການຢືນຢັນການເດີນທາງອອກຈາກ ສປປ ເກົາຫລີ ຂອງທ່ານ ກິມຈອງອຸນ ເພື່ອຢ້ຽມຢາມຣັດເຊຍເປັນຄັ້ງທໍາອິດໃນຮອບ 4 ປີ.
ວັນທີ 12 ກັນຍາ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ກິມຈອງອຸນ ຜູ້ນໍາສູງສຸດຂອງ ສປປ ເກົາຫລີ ພ້ອມຄະນະເຈົ້າໜ້າທີ່ລະດັບສູງ ເດີນທາງດ້ວຍຂະບວນລົດໄຟອອກຈາກນະຄອນຫລວງພຽງຢາງ ໃນຕອນບ່າຍຂອງວັນທີ 10 ກັນຍາຜ່ານມາ ຕາມເວລາທ້ອງຖິ່ນ ເພື່ອເດີນທາງໄປຣັດເຊຍຕາມຄໍາເຊີນຂອງປະທານາທິບໍດີ ວະລາດິເມຍ ປູຕິນ.
ທັງນີ້, ລາຍງນຂອງ KCNA ຍັງບໍ່ໄດ້ໃຫ້ຂໍ້ມູນວ່າຂະບວນລົດໄຟເດີນທາງຮອດໃສແລ້ວ ໂດຍມີພຽງການເປີດເຜີຍພາບຊຸດຂອງທ່ານຜູ້ນໍາສູງສຸດກ່ອນການເດີນທາງ ເຊິ່ງເປັນການອອກນອກ ສປປ ເກົາຫລີ ຄັ້ງທໍາອິດນັບແຕ່ເກີດການແພ່ລະບາດໃຫຍ່ຂອງພະຍາດໂຄວິດ-19.
ຂະນະທີ່ທໍານຽມເກຣມລິນອອກຖະແຫລງການ ມີເນື້ອໃນພຽງເປັນການຢືນຢັນການຢ້ຽມຢາມຣັດເຊຍຂອງຜູ້ນໍາສູງສຸດແຫ່ງ ສປປ ເກົາຫລີ ເຊິ່ງຈະເປັນຄັ້ງທໍາອິດນັບແຕ່ປີ 2019 ໂດຍຜູ້ນໍາຣັດເຊຍສົ່ງສານເຖິງທ່ານ ກິມຈອງອຸນ ໃນວັນທີ 9 ກັນຍາຜ່ານມາ ເນື່ອງໃນໂອກາດການສະຖາປະນາປະເທດຄົບຮອບ 75 ປີ ສະໜັບສະໜູນການຍົກລະດັບການຮ່ວມມືລະດັບທະວີພາຄີ “ໃນທຸກມິຕິ” ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ.

