ຜູ້ນໍາກໍາປູເຈຍກຽມຢ້ຽມຢາມຈີນ ເປັນປະເທດທໍາອິດຫລັງຮັບຕໍາແໜ່ງ

ພົນເອກ ຮຸນ ມາເນດ ກຽມຢ້ຽມຢາມຈີນຢ່າງເປັນທາງການໃນອາທິດນີ້ ເປັນປະເທດທໍາອິດ ຫລັງຮັບຕໍາແໜ່ງໃນເດືອນພຶດສະພາຜ່ານມາ.
ວັນທີ 12 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດຈີນອອກຖະແຫລງການວ່າ: ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກຽມຢ້ຽມຢາມນະຄອນຫລວງປັກກິ່ງຢ່າງເປັນທາງການ ລະຫວ່າງວັນທີ 14-16 ກັນຍານີ້ ຕາມຄໍາເຊີນຂອງທ່ານ ຫລີເຄີ້ສຽງ ນາຍົກລັດຖະມົນຕີ.
ທັງນີ້, ເຈົ້າໜ້າທີ່ລະດັບສູງທັງສອງທ່ານພົບປະຫາລືກັນນອກຮອບກອງປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຢູ່ນະຄອນຫລວງຈາກາຕາ ຂອງອິນໂດເນເຊຍ ໃນອາທິດຜ່ານມາ.
ນອກຈາກນີ້, ຜູ້ນໍາກໍາປູເຈຍຈະມີໂອກາດເຂົ້າພົບປະຫາລືກັບປະທານປະເທດ ສີຈິ້ນຜິງ ຜູ້ນໍາຈີນ ແລະ ທ່ານ ຈ້າວ ເລີຈີ້ ປະທານຄະນະກໍາມະການປະຈໍາຂອງສະພາປະຊາຊົນແຫ່ງຊາດ (NPC) ເພື່ອຮັດແໜ້ນການຮ່ວມມື ແລະ ສົ່ງເສີມການພົວພັນ ເນື່ອງໃນໂອກາດປີນີ້ຄົບຮອບ 65 ປີ ການສະຖາປະນາການພົວພັນທາງການທູດຢ່າງເປັນທາງການ ລະຫວ່າງຈີນກັບກໍາປູເຈຍ.
ເຖິງວ່າ ພົນເອກ ຮຸນ ມາເນດ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນອາທິດຜ່ານມາ, ແຕ່ການຢ້ຽມຢາມຕ່າງປະເທດຄັ້ງນີ້ຈະເປັນການຢ້ຽມຢາມຢ່າງເປັນທາງການຄັ້ງທໍາອິດຂອງຜູ້ນໍາກໍາປູເຈຍ ເຊິ່ງຮັບຕໍາແໜ່ງໃນວັນທີ 22 ພຶດສະພາຜ່ານມາ ໂດຍເປັນການສືບທອດອໍານອດຕໍ່ຈາກພໍ່ ຄືທ່ານ ຮຸນເຊນ.

