ປັນຍາທິບ-ແພລນບີຮ່ວມມືພັດທະນາ ດ້ານສື່ໂຄສະນາຢູ່ລາວໃຫ້ທັນສະໄໝ

ພິທີລົງນາມການຮ່ວມມີ ທຸລະກິດເພື່ອພັດທະນາສື່ໂຄສະນາຂອງລາວໃຫ້ທັນສະໄໝ   ແລະ  ຄົບວົງຈອນໄດ້ມີຂຶ້ນໃນ ວັນທີ 22 ມິຖຸນານີ້, ທີ່ນະຄອນ ຫລວງວຽງຈັນລະຫວ່າງບໍລິສັດ ປັນຍາທິບ ແອັດເວີທາຍຊິງຈໍາກັດລາວ ແລະ ບໍລິສັດ ແພລນບີມີເດຍ.

 

+ ຜະລິດຕະພັນຄຸນນະພາບຈາກພູມປັນຍາຂອງຊາວບ້ານ

+ ມອບ-ຮັບໜ້າທີ່ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານຜູ້ໃໝ່

 

ທ່ານ ໄຊຍະສອນ ປັນຍາທິບ ປະທານບໍລິຫານບໍລິສັດປັນຍາທິບ ແອັດເວີທາຍຊິງ ກ່າວວ່າ: ການຮ່ວມມືດັ່ງກ່າວ ເພື່ອແນໃສ່ສົ່ງເສີມ ແລະ ປະຕິບັດຕາມນະໂຍບາຍ ແລະ ລັດຖະ ບານໃນຍຸກທີ່ມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນເພື່ອຫັນປະເທດໄປສູ່ອຸດສະຫະກໍາ ແລະ ທັນສະໄໝ, ກໍຄືການນໍາເອົາປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2020, ຈຶ່ງເປັນໂອກາດສໍາຄັນ ຂອງການດໍາເນີນທຸລະກິດໃຫ້ ມີຄວາມເຕີບໃຫຍ່ໃນຕໍ່ໜ້າ, ໂດຍສະເພາະດ້ານສື່ໂຄສະນາ ໃຫ້ມີການຂະຫຍາຍຕົວຫລາຍຂຶ້ນ, ມີຫລາຍສີສັນ ແລະ ທັນສະ ໄໝ ທັງພາຍໃນ ແລະ ຕ່າງປະເທດ, ໂດຍມີມູນຄ່າລົງທຶນ 2,8 ລ້ານໂດລາສະຫະລັດ, ເພື່ອໃຫ້ບໍລິການຜະລິດຕະພັນດ້ານໂຄສະ ນາແບບຄົບວົງຈອນ, ແນໃສ່ດຶງດູດເອົາການລົງທຶນ ຕ່າງໆຈາກຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ.