ໄຟໄໝ້ໃນງານດອງຢູ່ອີຣັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 100 ຄົນ ບາດເຈັບອີກ 150 ກວ່າຄົນ
ສຳນັກຂ່າວ BBC ງານວ່າ: ເກີດເຫດໄຟໄໝ້ໃນງານດອງທີ່ຈັດຂຶ້ນຢູ່ເຂດອັລ-ຮໍາດານີຍາ (Al-Hamdaniya) ທາງພາກເໜືອຂອງອີຣັກ ໃນຕອນຄໍ່າຂອງວັນທີ 26 ກັນຍາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 100 ຄົນ ແລະ ໄດ້ຮັບບາດເຈັບອີກຫລາຍກວ່າ 150 ຄົນ, ທາງການຄາດວ່າຈໍານວນຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບອາດເພີ່ມສູງຂຶ້ນອີກ. ເບື້ອງຕົ້ນທາງການທ້ອງຖິ່ນລະບຸວ່າ:…










