ອິດສະລາແອນເລີ່ມໂຄງການສ້າງນິຄົມໃໝ່ເທື່ອທຳອິດໃນຮອບ 25 ປີ

ລັດຖະບານອິດສະລາແອນເລີ່ມໂຄງການກໍ່ສ້າງນິຄົມບ່ອນຢູ່ອາໄສ ໃນທີ່ດິນບ່ອນໃໝ່ເຂດເວສແບງ ເຊິ່ງຖືເປັນເທື່ອທຳອິດ ໃນຮອບ 25 ປີ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຢຣູຊາເລມ ປະເທດອິດສະລາແອນ ໃນວັນທີ 21 ມິຖຸນານີ້ວ່າ: ນາຍົກລັດ ຖະມົນຕີ ເບນຈາມິນ ເນຕັນຢາຮູ ຜູ້ນຳອິດສະລາແອນ ປະກາດເລີ່ມຂັ້ນຕອນການປັບພື້ນທີ່ ສຳລັບໂຄງການກໍ່ສ້າງນິຄົມບ່ອນ ຢູ່ອາໄສສຳລັບຊາວຢິວ ບໍລິເວນເມືອງອາມິຊາຍ ໃນເຂດເວສແບງ ຢູ່ທາງຕາເວັນອອກຂອງນະຄອນຫລວງເຢຣູຊາເລມ. ຖືເປັນ ໂຄງການກໍ່ສ້າງນິຄົມແຫ່ງໃໝ່ໃນດິນແດນຂອງປາແລັສຕິນເປັນເທື່ອທຳອິດໃນຮອບ 25 ປີ ເນື່ອງຈາກກ່ອນໜ້ານີ້ ລັດຖະບານ ອິດສະລາແອນໃຊ້ວິທີຂະຫຍາຍອານາເຂດນິຄົມຈາກພື້ນທີ່ເຊິ່ງມີການກໍ່ສ້າງໄວ້ແລ້ວ ໂດຍສຳລັບນິຄົມອາມິຊາຍຈະເນັ້ນເປັນ ບ່ອນຢູ່ອາໄສໃຫ້ແກ່ຄອບຄົວຊາວຢິວປະມານ 40 ຄອບຄົວ ທີ່ສານພິຈາລະນາໃຫ້ຍ້າຍອອກຈາກທີ່ດິນໃນເມືອງອາໂມນາ ເຊິ່ງ ເປັນພື້ນທີ່ຂອງເອກະຊົນປາແລັສຕິນ ໃນຕົ້ນປີນີ້.

ເຖິງຢ່າງໃດກໍຕາມ, ພັກລິຄຸດຂອງທ່ານ ເນຕັນຢາຮູ ຄັດຄ້ານການເປີດພື້ນທີ່ສ້າງນິຄົມແຫ່ງໃໝ່ໃນເມືອງອາມິຊາຍ, ຂະນະທີ່ ປະທານາທິບໍດີ ມາມຸດ ອັບບັດ ຜູ້ນຳປາແລັສຕິນ ປະນາມໂຄງການກໍ່ສ້າງບ່ອນຢູ່ອາໄສແຫ່ງໃໝ່ຂອງອິດສະລາແອນວ່າເປັນ “ການຄຸກຄາມ”.

ການເຄື່ອນໄຫວດັ່ງກ່າວຂອງອິດສະລາແອນມີຂຶ້ນພຽງ 1 ວັນ ພາຍຫລັງທ່ານ ເຈສັນ ກຣີນບລັດ ຜູ້ແທນພິເສດດ້ານກິດຈະ ການອິດສະລາແອນ-ປາແລັສຕິນ ຂອງປະທານາທິບໍດີ ໂດນັນ ທຣຳ ເດີນທາງຢ້ຽມຢາມນະຄອນຫລວງເຢຣູຊາເລມ ໃນວັນທີ 20 ມິຖຸນາ ເພື່ອຫາລືກັບຕົວແທນຂອງທັງສອງຝ່າຍກ່ຽວກັບການຮື້ຟື້ນການເຈລະຈາສັນຕິພາບທີ່ຢຸດລົງແຕ່ປີ 2014.