ການສອບເສັງຈົບຊັ້ນມໍປາຍ ທົ່ວປະເທດມີນັກສອບເສັງເພີ່ມຂຶ້ນ 3.300 ກວ່າຄົນ

ການສອບເສັງຈົບຊັ້ນມັດທະຍົມປາຍ (ມ7) ໃນສົກຮຽນ 2016-2017, ໄດ້ມີຂຶ້ນໃນວັນທີ 20-21 ມີຖຸນານີ້, ທົ່ວປະເທດມີນັກສອບເສັງທັງໝົດ 62.254 ຄົນ, ຍິງ 29.042 ຄົນ, ເພີ່ມຂຶ້ນ 3.369 ຄົນທຽບກັບສົກປີຜ່ານມາ, ໂດຍໄດ້ດຳເນີນການສອບເສັງຢູ່ 281 ສູນດ້ວຍກັນ, ໃນນັ້ນ ຢູ່ນະຄອນຫລວງວຽງຈັນ ມີນັກຮຽນເຂົ້າສອບເສັງທັງໝົດ 10.056 ຄົນ, ຍິງ 5.045 ຄົນ, ມີ 22 ສູນສອບເສັງ ເພື່ອສອບເສັງ 4 ວິຊາດ້ວຍກັນຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ປະຫວັດສາດ.
ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສ່ວນບາງວິຊາທີ່ບໍ່ໄດ້ນຳມາສອບເສັງຄັ້ງນີ້ ແມ່ນໄດ້ມອບໃຫ້ໂຮງຮຽນຈັດຕັ້ງສອບເສັງ ແລະ ເກັບຄະແນນ ເພື່ອຮັບປະກັນໃຫ້ໄດ້ຄຸນນະພາບ, ບໍ່ໃຫ້ມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຄືໄລຍະຜ່ານມາ ແລະ ກ່ອນການສອບເສັງກະຊວງສຶກສາທິການ ແລະ ກິລາ ໄດ້ລະດົມໃຫ້ຄູ-ອາຈານເອົາໃຈໃສ່ໃນການທວນຄືນບົດຮຽນບຳລຸງເພີ່ມໃຫ້ນັກຮຽນຂອງຕົນ ເພື່ອກຽມພ້ອມໃນການສອບເສັງຈົບຊັ້ນໃຫ້ມີປະສິດທິພາບ ແລະ ຄຸນນະພາບດີທີ່ສຸດ.

