ແຄລິຟໍເນຍກຽມຣີໄຊເຄິລນໍ້າໃນຫ້ອງນໍ້າກັບມາໃຊ້ໃໝ່
ໃນອະນາຄົດນີ້ ຊາວແຄລິຟໍເນຍອາດຕ້ອງດື່ມ ແລະ ໃຊ້ນໍ້າປະປາທີ່ມາຈາກການຣີໄຊເຄິລນໍ້າຈາກທໍ່ນໍ້າຖິ້ມ ແລະ ນໍ້າໃນຫ້ອງນໍ້າ. ເມື່ອບໍ່ດົນມານີ້, ຄະນະກໍາມາທິການເບິ່ງແຍງຊັບພະຍາກອນນໍ້າແຫ່ງລັດແຄລິຟໍເນຍ ສະຫະລັດອາເມລິກາ ຫາກໍຮັບຮອງກົດໝາຍທີ່ອະນຸຍາດໃຫ້ລະບົບປະປາຂອງລັດສາມາດນໍາເອົານໍ້າທີ່ໃຊ້ແລ້ວເຊັ່ນ: ນໍ້າຈາກທໍ່ນໍ້າຖິ້ມ, ນໍ້າຈາກທໍ່ລະບາຍຂອງຫ້ອງນໍ້າ ກັບມາໃຊ້ໃໝ່ ໂດຍຜ່ານຂະບວນການທີ່ເຮັດໃຫ້ສະອາດ ແລະ ບໍລິສຸດພໍພຽງທີ່ຈະດື່ມໄດ້. ຂ່າວທີ່ເຜີຍແພ່ອອກມາຈາກຄະນະກໍາມາທິການເບິ່ງແຍງຊັບພະຍາກອນນໍ້າແຫ່ງລັດແຄລິຟໍເນຍ ໃນວັນທີ 19 ທັນວາຜ່ານມາ…










