ເນປານ ນຳເຂົ້າຍານພາຫະນະໄຟຟ້າເພີ່ມຂຶ້ນເກືອບ 3 ເທົ່າ
ຂ່າວຕ່າງປະເທດລາຍງານ, ສຳນັກງານພາສີອາກອນຂອງເນປານໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ເນປານ ໄດ້ນຳເຂົ້າຍານພາຫະນະໄຟຟ້າຂອງປະເທດເພີ່ມຂຶ້ນເກືອບ 3 ເທົ່າໃນໄລຍະ 5 ເດືອນທຳອິດຂອງສົກປີງົບປະມານ 2023-2024. ບົດລາຍງານລະບຸວ່າ: ເນປານ ນຳເຂົ້າຍານພາຫະນະໄຟຟ້າ 3.686 ຄັນ ເມື່ອນັບເຖິງກາງເດືອນທັນວາ ເພີ່ມຂຶ້ນຈາກການນຳເຂົ້າໃນໄລຍະເວລາດຽວກັນຂອງສົກປີງົບປະມານທີ່ຜ່ານມາ 1.353 ຄັນ ໂດຍເປັນການນຳເຂົ້າຈາກຈີນ 2.297…









