ຕຳຫລວດໄຊເບີໄທ ມ້າງເວັບພະນັນອອນລາຍ ຢຶດເງິນສົດ ແລະ ຊັບສິນຫລາຍກວ່າ 150 ລ້ານບາດ ພົບເງິນໝູນວຽນ 13 ຕື້ບາດຕໍ່ປີ

ວັນທີ 22 ທັນວາ 2023, ທີ່ກອງບັນຊາການຕຳຫລວດສອບສວນອາຊະຍາກຳ ທາງເຕັກໂນໂລຊີ ເມືອງທອງທານີ ທ່ານ ປະເສີດ ຈັນທະວົງທອງ ລັດຖະມົນຕີ ກະຊວງດິຈິຕອລເພື່ອເສດຖະກິດ ແລະ ສັງຄົມ ພ້ອມດ້ວຍເຈົ້າໜ້າທີ່ ຮ່ວມກັນຖະແຫລງຂ່າວຜົນການຈັບກຸມເຄືອຂ່າຍ 2 ເວັບພະນັນອອນລາຍ ທີ່ຢຶດຊັບສິນຈາກການພະນັນອອນລາຍ ຫລາຍກ່ວາ 150 ລ້ານບາດ ແລະ ມີຍອດເງິນໝຸນວຽນໃນສອງເວັບພະນັນດັ່ງກ່າວຫລາຍກວ່າ 13.000 ລ້ານບາດຕໍ່ປີ.

ພົນໂທ ວໍລະວັດ ກ່າວວ່າ: ຈາກການກວດພົບເວັບໄຊທີ່ຈັດໃຫ້ມີການຫລິ້ນພະນັນອອນລາຍຜ່ານລະບົບອິນເຕີເນັດ ເຊິ່ງປະຊາຊົນທົ່ວໄປ ສາມາດເຂົ້າເຖິງໄດ້ ຈຳນວນ 2 ເວັບໄຊ ຄື:   ufabet-jc.com ແລະ play.beer777.com ຊຶ່ງທັງສອງເຄືອຂ່າຍພົບມີຍອດເງິນໝຸນວຽນລວມກັນສູງເຖິງ 13.000 ລ້ານບາດຕໍ່ປີ, ເຈົ້າໜ້າທີ່ສາມາດສັງລວມຫລັກຖານ ເຂົ້າກວດຄົ້ນ ແລະ ອອກໝາຍຈັບ ຄົນກະທຳຜິດໃນ 2 ເວັບໄຊ ລວມທັງໝົດ 20 ຄົນ. ລວມມີເຈົ້າຂອງເວັບໄຊ, ພະນັກງານຮັບຜິດຊອບການເງິນ ແລະ ບັນຊີມ້າ.

  1. ເຄືອຂ່າຍເວັບ ufabet-jc.com ມີສະມາຊິກຫລິ້ນຫລາຍກວ່າ 50.000 ຄົນ ມີຍອດເງິນໝຸນວຽນຫລາຍກວ່າ 7.000 ລ້ານບາດຕໍ່ປີ ສານອອກໝາຍຈັບ ຈຳນວນ 13 ຄົນ. ໃນນັ້ນປະກອບມີເຈົ້າຂອງເວັບ 1 ຄົນ, ກຸ່ມຜູ້ຈັດການດ້ານການເງິນ 6 ຄົນ ແລະ ກຸ່ມບັນຊີມ້າ 6 ຄົນ. ຈັບກຸມຜຸ້ຕ້ອງຫາໄດ້ແລ້ວ 7 ຄົນ, ພ້ອມກວດຢຶດຊັບສິນມີ ເງິນສົດ 117.835.200 ບາດ, ລົດໃຫຍ່ PORSCHE ລຸ້ນ CAYANNE 1 ຄັນ, ປື້ມບັນຊີທະນາຄານ 81 ຫົວ, ໂທລະສັບມືຖື 20 ໜ່ວຍ, ຄອມພີວເຕີໂນດບຸກ 4 ເຄື່ອງ ແລະ ບັດ ATM  7 ບັດ.
  1. ເວັບ play.beer777.com ມີຍອດເງິນໝຸນວຽນຫລາຍກວ່າ 6.000 ລ້ານບາດຕໍ່ປີ, ສານອອກໝາຍຈັບ 7 ຄົນ ພ້ອມກວດຢຶດຊັບສິນໄດ້ ລົດໃຫຍ່ MERCEDES BENZ ລຸ້ນ CLA200 1 ຄັນ, ລົດໃຫຍ່ TOYOTA VELLFIRE 1 ຄັນ, ລົດຈັກ VESPA 1 ຄັນ, ຄອມພີວເຕີໂນດບຸກ 1 ເຄື່ອງ, ແທບເລັດ 1 ເຄື່ອງ, ໂທລະສັບ 6 ໜ່ວຍ, ໃບຕາດິນ 1 ໃບ, ປື້ມບັນຊີທະນາຄານ 5 ຫົວ, ບັດ ATM  3 ບັດ, ກະເປົາແບນເນມ, ໂມງລາຄາແພງ ແລະ ເຄື່ອງປະດັບອີກຈຳນວນຫລາຍລາຍການ.

ไม่มีคำอธิบาย

ພົນໂທ ວໍລະວັດ ກ່າວຕື່ມວ່າ: ປັດຈຸບັນເຈົ້າໜ້າທີ່ກຳລັງຕິດຕາມຈັບກຸມຜູ້ຕ້ອງຫາທີ່ຍັງເອົາຕົວຫລົບໜີ ແລະ ກຳລັງຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການທີ່ກ່ຽວຂ້ອງກັບເວັບພະນັນອອນລາຍທັງໝົດມາດຳເນີນຄະດີຕາມກົດໝາຍ.