ອິດສະລາແອນຖະຫລົ່ມໂຮງຮຽນ UN ຢູ່ກາຊາ ມີຜູ້ເສຍຊີວິດ 20 ກວ່າຄົນ ອ້າງເປັນຖານທີ່ໝັ້ນຂອງຮາມັດ

ອິດສະລາແອນຖະຫລົ່ມໂຮງຮຽນ UN ຢູ່ກາຊາ ມີຜູ້ເສຍຊີວິດ 20 ກວ່າຄົນ ອ້າງເປັນຖານທີ່ໝັ້ນຂອງຮາມັດ

      ກອງທັບອິດສະລາແອນຢືນຢັນ ການໂຈມຕີທາງອາກາດຢູ່ໂຮງຮຽນຂອງສະຫະປະຊາຊາດ ໃນພາກກາງຂອງເຂດກາຊາ ເຊິ່ງເປັນຖານທີ່ໝັ້ນຂອງກຸ່ມຮາມັດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 20 ກວ່າຄົນ.      ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ກອງທັບອິດສະລາແອນປະຕິບັດການໂຈມຕີທາງອາກາດ ຢູ່ໂຮງຮຽນຂອງສໍານັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດ ສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA)…

4 ເດືອນຕົ້ນປີ ສປ. ຈີນ ນຳເຂົ້າຖົ່ວລຽນ ຈາກໄທ, ຫວຽດນາມ ແລະ ຟິລິບປິນ 203,500 ໂຕນ ມູນຄ່າຫລາຍກວ່າ 1ຕື້ໂດລາ

4 ເດືອນຕົ້ນປີ ສປ. ຈີນ ນຳເຂົ້າຖົ່ວລຽນ ຈາກໄທ, ຫວຽດນາມ ແລະ ຟິລິບປິນ 203,500 ໂຕນ ມູນຄ່າຫລາຍກວ່າ 1ຕື້ໂດລາ

ວັນທີ 5 ມິຖຸນາ 2024, ຂ່າວສານຫວຽດນາມ (VnExpress) ລາຍງານວ່າ: ເຈົ້າໜ້າທີ່ພາສີຂອງຈີນເປີດເຜີຍຂໍ້ມູນ ການນ້ຳເຂົ້າຖົ່ວລຽນຂອງຈີນ ໃນ 4 ເດືອນຕົ້ນປີ 2024, ສປ ຈີນ ໄດ້ເພີ່ມການຊື້ ຖົ່ວລຽນຈາກຫວຽດນາມຂຶ້ນ 91%, ຂະນະທີ່ໄດ້ຫລຸດການນຳເຂົ້າຈາກ ໄທລົງ…

ທ່ານ ໂມດີ ປະກາດໄຊຊະນະເລືອກຕັ້ງ ກຽມດໍາລົງຕໍາແໜ່ງນາຍົກລັດຖະມົນຕີອິນເດຍສະໄໝທີ 3

ທ່ານ ໂມດີ ປະກາດໄຊຊະນະເລືອກຕັ້ງ ກຽມດໍາລົງຕໍາແໜ່ງນາຍົກລັດຖະມົນຕີອິນເດຍສະໄໝທີ 3

      ທ່ານ ນາເຣນທຣາ ໂມດີ ປະກາດໄຊຊະນະ ກຽມດໍາລົງຕໍາແໜ່ງນາຍົກລັດຖະມົນຕີອິນເດຍສະໄໝທີ 3. ເຖິງຢ່າງໃດກໍຕາມ, ຜົນການເລືອກຕັ້ງຄັ້ງນີ້ຖືວ່າພິກປີ້ນ ແລະ ຜິດຄາດ ເມື່ອພັກພາລະຕິຍະຊົນຕະ (BJP) ຂອງທ່ານບໍ່ໄດ້ຄອງສຽງສ່ວນຫລາຍແບບເດັດຂາດ ແລະ ຈໍາເປັນຕ້ອງຈັບມືກັບພັກແນວຮ່ວມປະຊາທິປະໄຕແຫ່ງຊາດເພື່ອຈັດຕັ້ງລັດຖະບານ. ຂະນະທີ່ຜົນບາງສໍານັກກ່ອນໜ້ານີ້ຊີ້ວ່າ: ພັກແນວຮ່ວມລັດຖະບານຈະໄດ້ບ່ອນນັ່ງ ສສ ລວມກັນເກີນ…

ຄື້ນຄວາມຮ້ອນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 56 ຄົນ ເປັນພະຍາດລົມແດດເກືອບ 2.5 ໝື່ນຄົນ

ຄື້ນຄວາມຮ້ອນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 56 ຄົນ ເປັນພະຍາດລົມແດດເກືອບ 2.5 ໝື່ນຄົນ

ຄື້ນຄວາມຮ້ອນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 56 ຄົນ ເປັນພະຍາດລົມແດດເກືອບ 2.5 ໝື່ນຄົນ      ວັນທີ 3 ມິຖຸນາ, ສື່ທ້ອງຖິ່ນອິນເດຍອ້າງອີງຂໍ້ມູນຈາກກະຊວງສາທາລະນະສຸກຂອງລັດຖະບານກາງ ເປີດເຜີຍວ່າ: ອິນເດຍພົບຜູ້ເສຍຊີວິດຢ່າງໜ້ອຍ 56 ຄົນ ແລະ ມີຄົນເຈັບທີ່ອາດເປັນພະຍາດລົມແດດເກືອບ 25,000 ຄົນໃນໄລຍະ…

ທ່ານ ນາງ ເຄລາເດຍ ໄຊບໍາ ປະທານາທິບໍດີຍິງຄົນທໍາອິດຂອງແມັກຊິກ

ທ່ານ ນາງ ເຄລາເດຍ ໄຊບໍາ ປະທານາທິບໍດີຍິງຄົນທໍາອິດຂອງແມັກຊິກ

      ທ່ານ ນາງ ເຄລາເດຍ ໄຊບໍາ ປາຣໂດ ອະດີດເຈົ້າແຂວງຍິງຄົນທໍາອິດຂອງແມັກຊິກ ອາຍຸ 61 ປີ ຜູ້ສະໝັກຈາກພັກການເມືອງຝ່າຍຊ້າຍ ຄືພັກ Morena ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງປະຫວັດສາດ ໃນວັນທີ 2 ມິຖຸນາຜ່ານມາ ກຽມຂຶ້ນດໍາລົງຕໍາແໜ່ງປະທານາທິບໍດີຍິງຄົນທໍາອິດຂອງແມັກຊິກຢ່າງເປັນທາງການໃນວັນທີ 1 ຕຸລານີ້…

ນັກວິທະຍາສາດພັດທະນາຢາຊ່ວຍເຮັດໃຫ້ແຂ້ວແທ້ປົ່ງມາໃໝ່ໄດ້

ນັກວິທະຍາສາດພັດທະນາຢາຊ່ວຍເຮັດໃຫ້ແຂ້ວແທ້ປົ່ງມາໃໝ່ໄດ້

      ທີມນັກວິທະຍາສາດຮ່ວມກັນພັດທະນາຢາທີ່ຈະຊ່ວຍກະຕຸ້ນໃຫ້ແຂ້ວແທ້ສາມາດປົ່ງຂຶ້ນມາໃໝ່ໄດ້ອີກ ຫວັງມາແທນການໃສ່ແຂ້ວປອມ.       ປົກກະຕິແລ້ວ ແຂ້ວຂອງຄົນມີ 2 ຊຸດຄື: ແຂ້ວນໍ້ານົມ ແລະ ແຂ້ວແທ້ ເມື່ອເຕີບໃຫຍ່ຮອດໄວຜູ້ໃຫຍ່ ແຂ້ວນໍ້ານົມຈະຫລຸດອອກ ປ່ຽນເປັນແຂ້ວແທ້ທັງໝົດ. ຈາກນີ້ ຖ້າເປັນພະຍາດ ຫລື ເກີດຄວາມເສຍຫາຍຕໍ່ເຫງືອກ ແລະ ແຂ້ວ…

ອີຢິບຮຽກຮ້ອງອິດສະລາແອນ ຖອນທະຫານອອກຈາກຈຸດຜ່ານແດນຣາຟາຢູ່ກາຊາ

ອີຢິບຮຽກຮ້ອງອິດສະລາແອນ ຖອນທະຫານອອກຈາກຈຸດຜ່ານແດນຣາຟາຢູ່ກາຊາ

     ອີຢິບຮຽກຮ້ອງອິດສະລາແອນເຄື່ອນຍ້າຍກໍາລັງພົນອອກຈາກດ່ານຣາຟາເບື້ອງເຂດກາຊາ.      ວັນທີ 3 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ແຫລ່ງຂ່າວລະດັບສູງໃນລັດຖະບານອີຢິບ ໃຫ້ຂໍ້ມູນກ່ຽວກັບກອງປະຊຸມໄຕພາຄີຮ່ວມກັບຜູ້ແທນຂອງອາເມລິກາ ແລະ ອິດສະລາແອນ ຢູ່ນະຄອນຫລວງໄຄໂຣ ໃນວັນທີ 2 ມິຖຸນາຜ່ານມາ ກ່ຽວກັບສະຖານະການຢູ່ຈຸດຜ່ານແດນຣາຟາ ທາງຕອນໃຕ້ຂອງເຂດກາຊາ ເຊິ່ງມີຊາຍແດນຕິດກັບພາກເໜືອຂອງອີຢິບ.       ທັງນີ້,…

ໂອເປັກພລັສ ຕົກລົງຂະຫຍາຍເວລາຫລຸດການຜະລິດ ເພື່ອຮັກສາລາຄານໍ້າມັນ

ໂອເປັກພລັສ ຕົກລົງຂະຫຍາຍເວລາຫລຸດການຜະລິດ ເພື່ອຮັກສາລາຄານໍ້າມັນ

      ກຸ່ມປະເທດນອກອົງການກຸ່ມປະເທດຜູ້ສົ່ງນໍ້າມັນອອກ (ໂອເປັກ) ຈໍານວນ 10 ປະເທດ ກັບສະມາຊິກໂອເປັກດັ້ງເດີມ 12 ປະເທດ ເຊິ່ງເອີ້ນລວມກັນວ່າ: ໂອເປັກພລັສ ມີມະຕິເຫັນພ້ອມ ຂະຫຍາຍໄລຍະເວລາຫລຸດການຜະລິດ ເພື່ອຮັກສາລາຄານໍ້າມັນ ເນື່ອງຈາກຕະຫລາດມີທ່າອ່ຽງເກີດຄວາມບໍ່ແນ່ນອນທາງເສດຖະກິດ ແລະ ການເມືອງ.       ວັນທີ 3…

ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ

ລົດຄົນລາວ ເສຍຫລັກຕົກຂ້າງທາງ ຢູ່ກາລະສິນປະເທດໄທ ບາດເຈັບ 4 ຄົນ

ໜ່ວຍກູ້ໄພ ກຸດຫວ້າ ກາລະສິນ ປະເທດໄທ ລາຍງານວ່າ: ວັນທີ 1 ມິຖຸນາ 2024 ເວລາປະມານ 18:00 ໂມງ ໄດ້ຮັບແຈ້ງເຫດວ່າມີລົດ ເສຍຫລັກຕົກລົງຂ້າງທາງ ຢູ່ບໍລິເວນທາງຕັດໃໝ່ບ້ານນາໄຄ້ຣ – ບ້ານກຸດຫວ້າ, ອຳເພີ ກູ່ສິນາຣາຍ, ຈັງຫວັດກາລະສິນ…

ຕຳຫລວດໄທ ບຸກທຳລາຍໂຮງງານຜະລິດແປ້ງນົວ ແລະ ເຄື່ອງປຸງແຕ່ງອາຫານ ປອມ

ຕຳຫລວດໄທ ບຸກທຳລາຍໂຮງງານຜະລິດແປ້ງນົວ ແລະ ເຄື່ອງປຸງແຕ່ງອາຫານ ປອມ

ຂ່າວມະຕິຊົນ ລາຍງານວ່າ: ວັນທີ 30 ພຶດສະພາ 2024 ຜ່ານມາ ເຈົ້າໜ້າທີ່ຕຳຫລວດສອບສວນກາງຂອງໄທ (CIB) ໄດ້ຮ່ວມກັນບຸກຈັບ ນາງ ເພັນຜະກາ ອາຍຸ 68 ປີ ເປັນເຈົ້າຂອງໂຮງງານຜະລິດແປ້ງນົວ ແລະ ເຄື່ອງປຸງປອມອາຫານປອມ, ຢູ່ທີ່ຮ່ອມສະເຫລີມພະກຽດ ກຸງເທບມະຫານະຄອນ…