ທ່ານ ເນທັນຢາຮູ ຍຸບຄະນະລັດຖະບານສົງຄາມອິດສະລາແອນ

ທ່ານ ເນທັນຢາຮູ ຍຸບຄະນະລັດຖະບານສົງຄາມອິດສະລາແອນ

     ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຕັດສິນໃຈຍຸບຄະນະລັດຖະບານສົງຄາມ ເຊິ່ງມີບົດບາດສໍາຄັນໃນການຂັບເຄື່ອນ ແລະ ກໍານົດທິດທາງການເຮັດສົງຄາມອິດສະລາແອນ-ຮາມັດຢູ່ເຂດກາຊາ.       ການຕັດສິນໃຈດັ່ງກ່າວຂອງຜູ້ນໍາອິດສະລາແອນມີຂຶ້ນພຽງໜຶ່ງອາທິດຫລັງຈາກທ່ານ ເບັນນີ ແກນ ຜູ້ນໍາຝ່າຍຄ້ານຄົນສໍາຄັນຖອນຕົວຈາກຄະນະລັດຖະບານສົງຄາມ ໂດຍອ້າງເຖິງຄວາມລົ້ມເຫລວຂອງທ່ານ ເນທັນຢາຮູ ໃນການສ້າງກົນລະຍຸດສົງຄາມຢູ່ກາຊາ ແລະ ການປົກຄອງເຂດກາຊາໃນອະນາຄົດ.      …

ADB ທຸ້ມງົບຊ່ວຍກໍາປູເຈຍ 1,260 ລ້ານໂດລາ ຄວບຄຸມ 5 ປີ

ADB ທຸ້ມງົບຊ່ວຍກໍາປູເຈຍ 1,260 ລ້ານໂດລາ ຄວບຄຸມ 5 ປີ

    ທະນາຄານພັດທະນາອາຊີ (ADB) ເປີດສໍານັກງານຜູ້ແທນແຫ່ງໃໝ່ຢູ່ນະຄອນຫລວງພະນົມເປັນ ຂອງກໍາປູເຈຍ ແລະ ປະກາດແຜນທຸ້ມງົບ ປະມານ 1,260 ລ້ານໂດລາ ເພື່ອສະໜັບສະໜູນການດໍາເນີນງານຂອງລັດຖະບານກໍາປູເຈຍ ລະຫວ່າງປີ 2024-2028.      ວັນທີ 17 ມິຖຸນາ, ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ມາຊັດສຶກຸ…

ກຳປູເຈຍ ຈູດທຳລາຍຢາເສບຕິດ ​ຫລາຍ​ກວ່າ 4 ​ໂຕນ ມູນຄ່າປະມານ 22,7 ລ້ານໂດລາ

ກຳປູເຈຍ ຈູດທຳລາຍຢາເສບຕິດ ​ຫລາຍ​ກວ່າ 4 ​ໂຕນ ມູນຄ່າປະມານ 22,7 ລ້ານໂດລາ

ຂ່າວຕ່າງປະເທດ ກຳປູເຈຍ ລາຍງານວັນ​ທີ 14 ມິຖຸນາ 2024 ວ່າ: ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ​ໄດ້​ຈູດ​​ທຳລາຍ​ຢາ​ເສບ​ຕິດ​ທີ່ຢຶດໄດ້​ໃນ​ຄະດີ​ຢາ​ເສບ​ຕິດ​ຕ່າງໆ ລວມນ້ຳໜັກ ​ຫລາຍ​ກວ່າ 4 ​ໂຕນ​, ໂດຍມີ​ພິທີຈູດທຳລາຍ​​​ຢູ່​ນະຄອນຫລວງ​ພະນົມ​ເປັນ. ການຈູດທຳລາຍຢາເສບຕິດຄັ້ງນີ້, ກ່ອນວັນຕ້ານຢາເສບຕິດໂລກ ວັນທີ 26 ມິຖຸນາ ຂອງທຸກໆປີ ຕາມການປະກາດຂອງສະມັດຊາຊາດໃຫຍ່….

ອະນາໄມໂລກຢືນຢັນຜູ້ຕິດເຊື້ອໄຂ້ຫວັດສັດປີກ H9N2 ຄົນທໍາອິດໃນຮອບ 5 ປີຂອງອິນເດຍ

ອະນາໄມໂລກຢືນຢັນຜູ້ຕິດເຊື້ອໄຂ້ຫວັດສັດປີກ H9N2 ຄົນທໍາອິດໃນຮອບ 5 ປີຂອງອິນເດຍ

     WHO ຢືນຢັນ ເດັກເພດຊາຍຄົນໜຶ່ງຢູ່ອິນເດຍ ເປັນຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H9N2 ຄົນທີສອງຂອງປະເທດ ນັບແຕ່ປີ 2019.       ວັນທີ 13 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ອອກຖະແຫລງການ ກ່ຽວກັບການຢືນຢັນການພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ…

ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ

ໄຂ້ເລືອດອອກລະບາດເພີ່ມຂຶ້ນຢູ່ເອີຣົບ ໂລກຮ້ອນເຮັດໃຫ້ຍຸງແຜ່ກະຈາຍ

     ສູນປ້ອງກັນ ແລະ ຄວບຄຸມພະຍາດແຫ່ງເອີຣົບ (ECDC) ລາຍງານວ່າ: ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ແລະ ພະຍາດທີ່ເກີດຈາກຍຸງຢູ່ສະຫະພາບເອີຣົບ (EU) ແລະ ເຂດເສດຖະກິດເອີຣົບ (EEA) ກໍາລັງເພີ່ມຂຶ້ນຫລາຍ ແລະ ມີລາຍງານຜູ້ຕິດເຊື້ອເພີ່ມຂຶ້ນໃນຫລາຍພື້ນທີ່ ລວມທັງຢູ່ພາກພື້ນທີ່ບໍ່ເຄີຍມີລາຍງານການແຜ່ກະຈາຍຂອງຍຸງເຫລົ່ານີ້.       ວັນທີ 12…

UNSC ມີມະຕິສະໜັບສະໜູນແຜນຢຸດຍິງຢູ່ເຂດກາຊາທີ່ອາເມລິກາສະເໜີ

UNSC ມີມະຕິສະໜັບສະໜູນແຜນຢຸດຍິງຢູ່ເຂດກາຊາທີ່ອາເມລິກາສະເໜີ

      ສະມາຊິກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) 14 ຈາກ 15 ປະເທດ ມີມະຕິສະໜັບສະໜູນຂໍ້ສະເໜີຢຸດຍິງລະຫວ່າງອິດສະລາແອນ ແລະ ຮາມາດຢູ່ເຂດກາຊາທີ່ສະເໜີໂດຍອາເມລິກາ ໂດຍມີເງື່ອນໄຂຫລັກຄື: ການຢຸດຍິງຢ່າງສົມບູນ ແລະ ເຕັມຮູບແບບ ແລະ ການປ່ອຍຕົວປະກັນທີ່ຮາມັດຄວບຄຸມໄວ້ ລວມທັງສົ່ງຄືນສົບຕົວປະກັນທີ່ເສຍຊີວິດ ແລະ ການແລກປ່ຽນນັກໂທດຊາວປາແລັສຕິນທີ່ຖືກກັກຂັງຢູ່ຄຸກອິດສະລາແອນ.      …

Singapore Airlines ຈ່າຍ 10,000-25,000 ໂດລາ ຊົດເຊີຍຜູ້ບາດເຈັບເຮືອບິນຕົກຫລຸມອາກາດ

Singapore Airlines ຈ່າຍ 10,000-25,000 ໂດລາ ຊົດເຊີຍຜູ້ບາດເຈັບເຮືອບິນຕົກຫລຸມອາກາດ

      ສາຍການບິນ Singapore Airlines ອອກມາສະແດງຄວາມຂໍໂທດ ພ້ອມປະກາດສະເໜີເງິນຊົດເຊີຍຜູ້ໂດຍສານຖ້ຽວບິນ SQ321 ທີ່ໄດ້ຮັບຜົນກະທົບຈາກເຮືອບິນຕົກຫລຸມອາກາດຮຸນແຮງ ລະຫວ່າງເດີນທາງຈາກນະຄອນຫລວງລອນດອນໄປສິງກະໂປ ໃນວັນທີ 20 ພຶດສະພາຜ່ານມາ ຈົນຕ້ອງລົງຈອດສຸກເສີນຢູ່ສະໜາມບິນສຸວັນນະພູມ.       ເຫດການທີ່ເກີດຂຶ້ນສົ່ງຜົນເຮັດໃຫ້ມີຜູ້ໂດຍສານຊາວອັງກິດ ອາຍຸ 73 ປີ ເສຍຊີວິດ 1…

ນາຍົກລັດຖະມົນຕີແບນຊິກ ປະກາດກຽມລາອອກ ຫລັງພັກເສຍໄຊເລືອກຕັ້ງສໍາຄັນ

ນາຍົກລັດຖະມົນຕີແບນຊິກ ປະກາດກຽມລາອອກ ຫລັງພັກເສຍໄຊເລືອກຕັ້ງສໍາຄັນ

      ທ່ານ ອາເລັກຊານເດີ ເດິ ຄຣູ ນາຍົກລັດຖະມົນຕີແບນຊິກ ປະກາດກຽມລາອອກຈາກຕໍາແໜ່ງ ຫລັງພັກຮ່ວມລັດຖະບານ ຄືພັກ Open Vld ຂອງທ່ານສ້າງຜົນງານໄດ້ໜ້າຜິດຫວັງໃນການເລືອກຕັ້ງສໍາຄັນວັນທີ 9 ມິຖຸນາຜ່ານມາ ໂດຍໄດ້ຮັບຄະແນນສຽງພຽງ 5.69% ເທົ່ານັ້ນ ແລະ ເຮັດໃຫ້ພັກມີບ່ອນນັ່ງໃນສະພາເຫລືອພຽງ 7…

ທ່ານ ມາຄຣົງ ຍຸບສະພາ ຫລັງລັດຖະບານຝຣັ່ງເສຍໄຊການເລືອກຕັ້ງລະດັບເອີຣົບ

ທ່ານ ມາຄຣົງ ຍຸບສະພາ ຫລັງລັດຖະບານຝຣັ່ງເສຍໄຊການເລືອກຕັ້ງລະດັບເອີຣົບ

     ຜູ້ນໍາຝຣັ່ງປະກາດຍຸບສະພາຜູ້ແທນລາຊະດອນ ໂດຍໃຫ້ມີການເລືອກຕັ້ງໃໝ່ທ້າຍເດືອນນີ້ ຫລັງລັດຖະບານສ້າງຜົນງານໄດ້ບໍ່ດີໃນການເລືອກຕັ້ງສະມາຊິກສະພາເອີຣົບ ໂດຍການປະລາໄຊໃຫ້ພັກຂວາຈັດ.      ວັນທີ 10 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ຖະແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໃນວັນທີ 9 ມິຖຸນາຜ່ານມາ ຍຸບສະພາຜູ້ແທນລາຊະດອນ ແລະ…

ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ

ທ່ານ ໂມດີ ຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ທ່າມກາງຝ່າຍຄ້ານທີ່ແຂງແກ່ນຂຶ້ນ

      ນາຍົກລັດຖະມົນຕີ ນາເຣນທຣາໂມດີ ສາບານຕົນຮັບຕໍາແໜ່ງຜູ້ນໍາອິນເດຍສະໄໝທີ 3 ຢ່າງເປັນທາງການ ໂດຍຈະມີຝ່າຍຄ້ານເຊິ່ງມີບ່ອນນັ່ງເພີ່ມຂຶ້ນຫລາຍ.      ວັນທີ 10 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນໍາອິນເດຍ ສາບານຕົນຢູ່ທໍານຽບປະທານາທິບໍດີ ໃນວັນທີ 9 ມິຖຸນາຜ່ານມາ…