ນະຄອນຫລວງຮ່າໂນ້ຍອອກຄໍາສັ່ງເຂັ້ມງວດ ຄວບຄຸມການຄ້າຊີ້ນໝາ-ຊີ້ນແມວ
ນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ອອກຄໍາສັ່ງໃຫ້ຢຸດການຄ້າຂາຍຊີ້ນໝາ ແລະ ຊີ້ນແມວທົ່ວເມືອງ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ລະ ສົ່ງເສີມແນວທາງປະຕິບັດທີ່ຖືກຕ້ອງຕາມຈະລິຍະທໍາຫລາຍຂຶ້ນ. ວັນທີ 9 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄໍາສັ່ງຂອງກົມສັດຕະວະບານ, ການປະມົງ ແລະ ບໍລິການສັດຕະວະແພດຂອງນະຄອນຫລວງຮ່າໂນ້ຍ ກໍານົດກົນລະຍຸດຫລາກຫລາຍແນວທາງ ເຊິ່ງກ່ຽວຂ້ອງກັບການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ລວມທັງການຮ່ວມມືລະຫວ່າງໜ່ວຍງານລັດຖະບານຫລາຍແຫ່ງ…










