ອາເມລິກາພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກຄົນທີ 3 ຂອງປະເທດ ເຊິ່ງເຊື່ອມໂຍງກັບການລະບາດຂອງເຊື້ອໄວຣັສໃນກຸ່ມງົວນົມ

ອາເມລິກາພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກຄົນທີ 3 ຂອງປະເທດ ເຊິ່ງເຊື່ອມໂຍງກັບການລະບາດຂອງເຊື້ອໄວຣັສໃນກຸ່ມງົວນົມ

ວັນທີ 31 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກ່ອນໜ້າການລາຍງານພົບຜູ້ຕິດເຊື້ອຄົນທີ 3 ອາເມລິກາມີຜູ້ຕິດເຊື້ອ 2 ຄົນທີ່ຕິດເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H5N1 ຢູ່ລັດເທັກຊັສ ແລະ ລັດມິຊິແກນ ເຊິ່ງທັງສອງເປັນກໍາມະກອນຢູ່ຟາມງົວນົມທີ່ມີອາການພຽງເລັກໜ້ອຍ ແລະ ຫາຍດີແລ້ວ. ສູນຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC)…

ຮາມັດເຜີຍ ພ້ອມບັນລຸຂໍ້ຕົກລົງທັງໝົດ ຖ້າອິດສະລາແອນຢຸດສົງຄາມ

ຮາມັດເຜີຍ ພ້ອມບັນລຸຂໍ້ຕົກລົງທັງໝົດ ຖ້າອິດສະລາແອນຢຸດສົງຄາມ

     ວັນທີ 30 ພຶດສະພາ, ສໍານັກຂ່າວຊິນຮົວລາຍງານວ່າ: ກຸ່ມຮາມັດປະກາດການແຈ້ງໃຫ້ຜູ້ໄກ່ເກ່ຍຮູ້ເຖິງຄວາມພ້ອມບັນລຸຂໍ້ຕົກລົງທັງໝົດ ເຊິ່ງຄວບຄຸມຂໍ້ຕົກລົງແລກປ່ຽນຕົວປະກັນ-ນັກໂທດຢ່າງຮອບດ້ານ ຖ້າອິດສະລາແອນຢຸດການສູ້ຮົບຢູ່ເຂດກາຊາ.      ກຸ່ມຮາມັດລະບຸວ່າ: ພວກເຂົາສະແດງທັດສະນະຄະຕິທາງບວກຕໍ່ຄວາມພະຍາຍາມຂອງຜູ້ໄກ່ເກ່ຍຕະຫລອດການເຈລະຈາທາງອ້ອມຫລາຍຮອບກ່ອນໜ້ານີ້, ແຕ່ອິດສະລາແອນໃຊ້ການເຈລະຈາເຫລົ່ານີ້ເປັນຂໍ້ອ້າງຮຸກຮານຊາວປາແລັສຕິນຢ່າງຕໍ່ເນື່ອງ ດັ່ງເຫັນໄດ້ຈາກປະຕິບັດການທາງທະຫານຢູ່ເມືອງຣາຟາ ແລະ ການຢຶດຈຸດຜ່ານແດນ.       ກຸ່ມຮາມັດ ແລະ ກຸ່ມປາແລັສຕິນອື່ນໆ ຈະບໍ່ຍອມເປັນສ່ວນໜຶ່ງຂອງນະໂຍບາຍເດີນໜ້າເຈລະຈາ…

ສປປ ລາວ ໄດ້ຮັບສິດຟຣີວີຊ່າພັກອາໄສຢູ່ໄທໄດ້ຍາວບໍ່ເກີນ 60 ມື້ (ປົກກະຕິບໍ່ເກີນ 30 ມື້) ເລີ່ມເດືອນມິຖຸນາ 2024

ສປປ ລາວ ໄດ້ຮັບສິດຟຣີວີຊ່າພັກອາໄສຢູ່ໄທໄດ້ຍາວບໍ່ເກີນ 60 ມື້ (ປົກກະຕິບໍ່ເກີນ 30 ມື້) ເລີ່ມເດືອນມິຖຸນາ 2024

ວັນທີ 28 ພຶດສະພາ 2024, ທ່ານ ໄຊ ວັດຊະລົງ ໂຄສົກປະຈຳສຳນັກງານລັດຖະມົນຕີແຫ່ງປະເທດໄທ ໄດ້ເປີດເຜີຍວ່າ: ກອງປະຊຸມຄະນະລັດຖະມົນຕີມີມະຕິເຫັນດີໃນຫຼັກການດຳເນີນມາດຕະການ ແລະ ແນວທາງການອຳນວຍຄວາມສະດວກ ເພື່ອກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວຂອງປະເທດໄທ 3 ໄລຍະກໍຄື: ໄລຍະສັ້ນ, ໄລຍະກາງ, ໄລຍະຍາວ….

ນະຄອນຫລວງນິວເດລີມີອຸນຫະພູມສູງສຸດເປັນປະຫວັດສາດ 49.9 ອົງສາ

ນະຄອນຫລວງນິວເດລີມີອຸນຫະພູມສູງສຸດເປັນປະຫວັດສາດ 49.9 ອົງສາ

      ອຸນຫະພູມຢູ່ເມືອງຫລວງຂອງອິນເດຍເພີ່ມສູງເປັນປະຫວັດສາດເກືອບ 50 ອົງສາ.       ວັນທີ 29 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກົມອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD) ລາຍງານການວັດແທກອຸນຫະພູມຢູ່ນະຄອນຫລວງນິວເດລີໄດ້ສູງເປັນປະຫວັດສາດ 49.9 ອົງສາ ໃນວັນທີ 28 ພຶດສະພາຜ່ານມາ ເຊິ່ງສູງກວ່າ IMD ຄາດຄະເນໄວ້ກ່ອນໜ້ານີ້ເຖິງ…

ໃບພັດເຮືອບິນດູດຄົນ ເສຍຊີວິດກາງສະໜາມບິນອໍາສະເຕີດໍາ

ໃບພັດເຮືອບິນດູດຄົນ ເສຍຊີວິດກາງສະໜາມບິນອໍາສະເຕີດໍາ

     ມີຜູ້ເສຍຊີວິດຫລັງຕົກລົງໄປໃນໃບພັດຂອງເຮືອບິນ ສາຍການບິນເຄແອລເອັມ ຣໍຢັລດັດ ເຊິ່ງຈອດຢູ່ສະໜາມບິນນາໆຊາດສະຄິບໂຮລ ໃນໂຮນລັງ.      ວັນທີ 30 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ມີຜູ້ເສຍຊີວິດພາຍຫລັງຖືກດູດເຂົ້າໄປໃນໃບພັດເຮືອບິນທີ່ກໍາລັງເຮັດວຽກຢູ່ ຂອງເຮືອບິນໂດຍສານ ສານການບິນເຄແອລເອັມ ບໍລິເວນບ່ອນຈອດ ນອກອາຄານຜູ້ໂດຍສານສະໜາມບິນນາໆຊາດ ອໍາສະເຕີດໍາ ສະຄິບໂຮລ.       “ອຸປະຕິເຫດເກີດຂຶ້ນຢູ່ສະໜາມບິນສະຄິບໂຮລຄັ້ງນີ້…

ຈັບຄົນລາວ 5 ຄົນ ລັກລອບຂົນສົ່ງເຮໂຣອິນ ໄປຫວຽດນາມ

ຈັບຄົນລາວ 5 ຄົນ ລັກລອບຂົນສົ່ງເຮໂຣອິນ ໄປຫວຽດນາມ

ເຈົ້າໜ້າທີ່ ປກສ ປ້ອງກັນຊາຍແດນ ແຂວງ ກວາງຈິ ພາກກາງ ສສ ຫວຽດນາມ ລາຍງານວ່າ: ໃນວັນທີ 27 ພຶດສະພາ 2024 ໄດ້ຈັບຕົວຄົນສັນຊາດລາວ 5 ຄົນ (ມີຊາຍ 2 ຄົນ ແລະ…

ທ່ານ ເນທັນຢາຮູ ກ່າວວ່າ ເດີນໜ້າເຮັດສົງຄາມຕໍ່ ເຖິງວ່ານາໆຊາດປະນາມການໂຈມຕີຢູ່ຣາຟາ

ທ່ານ ເນທັນຢາຮູ ກ່າວວ່າ ເດີນໜ້າເຮັດສົງຄາມຕໍ່ ເຖິງວ່ານາໆຊາດປະນາມການໂຈມຕີຢູ່ຣາຟາ

      ຂໍ້ມູນຈາກກະຊວງສາທາລະນະສຸກຢູ່ກາຊາລະບຸວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 45 ຄົນ ເຊິ່ງສ່ວນຫລາຍເປັນພົນລະເຮືອນ ຈາກການຖືກອິດສະລາແອນໂຈມຕີທາງອາກາດຢູ່ເມືອງຣາຟາ ໃນວັນທີ 26 ພຶດສະພາຜ່ານມາ. ນອກຈາກນີ້ ຍັງມີຜູ້ບາດເຈັບອີກຫລາຍຮ້ອຍຄົນຈາກໄຟໄໝ້, ກະດູກຫັກ ແລະ ລູກປືນ.      ການໂຈມຕີດັ່ງກ່າວເກີດຂຶ້ນບໍ່ເທົ່າໃດວັນ ພາຍຫລັງສານຍຸຕິທໍາສາກົນ (ICJ) ມີຄໍາສັ່ງໃຫ້ອິດສະລາແອນຢຸດປະຕິບັດການທາງທະຫານຢູ່ຣາຟາທັນທີ…

ຊາວປາແລັສຕິນ 8 ແສນກວ່າຄົນ ອົບພະຍົບອອກຈາກເມືອງຣາຟາ ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມຂຶ້ນ

ຊາວປາແລັສຕິນ 8 ແສນກວ່າຄົນ ອົບພະຍົບອອກຈາກເມືອງຣາຟາ ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມຂຶ້ນ

      ອົງການສະຫະປະຊາຊາດ (UN) ລາຍງານວ່າ: ຊາວປາແລັສຕິນ 800.000 ກວ່າຄົນ ໄດ້ອົບພະຍົບອອກຈາກເມືອງຣາຟາທາງຕອນໃຕ້ຂອງເຂດກາຊາແລ້ວ ນັບແຕ່ສົງຄາມອິດສະລາແອນ-ຮາມັດເລີ່ມເກີດຂຶ້ນນັບແຕ່ວັນທີ 7 ຕຸລາ 2023.       ອິດສະລາແອນເດີນໜ້າໂຈມຕີເມືອງຣາຟາຢ່າງຕໍ່ເນື່ອງ ໂດຍອ້າງວ່າ: ການໂຈມຕີທີ່ເກີດຂຶ້ນເປັນໄປເພື່ອປາບປາມກຸ່ມຮາມັດ ເຖິງວ່າສານໂລກຈະມີຄໍາສັ່ງໃຫ້ອິດສະລາແອນຢຸດການໂຈມຕີເມືອງຣາຟາແລ້ວກໍຕາມ.       ກະຊວງສາທາລະນະສຸກປາແລັສຕິນລະບຸວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ…

ດິນເຈື່ອນຢູ່ປາປົວນິວກິນີ ຄາດວ່າມີປະຊາຊົນ 2.000 ກວ່າຄົນຖືກຝັງທັງເປັນ

ດິນເຈື່ອນຢູ່ປາປົວນິວກິນີ ຄາດວ່າມີປະຊາຊົນ 2.000 ກວ່າຄົນຖືກຝັງທັງເປັນ

ພາບຄວາມເສຍຫາຍຈາກເຫດການດິນເຈື່ອນທັບຖົມຫລາຍບ້ານໃນພື້ນທີ່ຫ່າງໄກທາງຕອນເໜືອຂອງປາປົວນິວກິນີ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 670 ຄົນ ຕາມລາຍງານຂອງອົງການສະຫະປະຊາຊາດ (UN) ຂະນະທີ່ເຈົ້າໜ້າທີ່ກູ້ໄພຍັງພະຍາຍາມເລັ່ງຂຸດຄົ້ນຫາຜູ້ລອດຊີວິດຢ່າງຕໍ່ເນື່ອງ ເຊິ່ງຄາດວ່າມີເຮືອນຖືກດິນທັບຫລາຍກວ່າ 150 ຫລັງ. ສໍານັກຂ່າວ AP ລາຍງານຂໍ້ມູນຈາກເອກະສານລັດຖະບານ ໂດຍຮັກສາການຜູ້ອໍານວຍການສູນໄພພິບັດແຫ່ງຊາດຂອງປາປົວນິວກິນີ ລະບຸຜົນກະທົບຈາກເຫດການດິນເຈື່ອນທີ່ເກີດຂຶ້ນວ່າ: “ມີປະຊາຊົນຖືກຝັງທັງເປັນຫລາຍກວ່າ 2.000 ຄົນ” ແລະ “ເກີດຄວາມເສຍຫາຍໃຫຍ່ຫລວງ”…

ອິດສະລາແອນໂຈມຕີເມືອງຣາຟາ ເຖິງວ່າສານໂລກມີຄໍາສັ່ງໃຫ້ຢຸດ ອ້າງປາບກຸ່ມຮາມັດເສຍຊີວິດ 35 ຄົນ ສ່ວນຫລາຍເປັນຜູ້ຍິງ-ເດັກນ້ອຍ

ອິດສະລາແອນໂຈມຕີເມືອງຣາຟາ ເຖິງວ່າສານໂລກມີຄໍາສັ່ງໃຫ້ຢຸດ ອ້າງປາບກຸ່ມຮາມັດເສຍຊີວິດ 35 ຄົນ ສ່ວນຫລາຍເປັນຜູ້ຍິງ-ເດັກນ້ອຍ

      ກອງທັບອິດສະລາແອນເດີນໜ້າໂຈມຕີເມືອງຣາຟາ ທາງຕອນໃຕ້ຂອງເຂດກາຊາຢ່າງໜັກ ເຖິງວ່າສານໂລກມີຄໍາສັ່ງໃຫ້ຢຸດປະຕິບັດການທະຫານຢູ່ເມືອງຣາຟາແລ້ວກໍຕາມ ໂດຍອ້າງວ່າ: ການໂຈມຕີດັ່ງກ່າວເປັນໄປເພື່ອປາບປາມກຸ່ມຮາມັດ. ກະຊວງສາທາລະນະສຸກປາແລັສຕິນເປີດເຜີຍວ່າ: ຫລ້າສຸດມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 35 ຄົນ ແລະ ໄດ້ຮັບບາດເຈັບອີກຈໍານວນໜຶ່ງ ສ່ວນຫລາຍເປັນຜູ້ຍິງ ແລະ ເດັກນ້ອຍ.       ອິດສະລາແອນຍັງອ້າງວ່າ: ໃນເຊົ້າວັນທີ 26 ພຶດສະພາ,…