ອົງການອະນາໄມໂລກຊີ້ ຜູ້ເສຍຊີວິດຄົນທໍາອິດຈາກໄຂ້ຫວັດສັດປີກ H5N2 ເຊື່ອມໂຍງຫລາຍປັດໄຈ

      ອົງການອະນາໄມໂລກ ກ່າວວ່າ: ຜູ້ເສຍຊີວິດຄົນທໍາອິດຂອງໂລກຈາກການຕິດເຊື້ອໄວຣັສໄຂ້ຫວັດສັດປີກ H5N2 ເຊື່ອມໂຍງກັບອາການບໍ່ສະບາຍຫລາຍຢ່າງ ແລະ ການສອບສວນພະຍາດຍັງດໍາເນີນຢູ່.

     ວັນທີ 8 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ເນື່ອງຈາກອົງການອະນາໄມໂລກ (WHO) ຢືນຢັນການພົບຜູ້ເສຍຊີວິດຈາກການໄດ້ຮັບເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N2 ຄົນທໍາອິດຂອງໂລກ ເປັນເພດຊາຍຊາວແມັກຊິໂກ ອາຍຸ 59 ປີ ແລະ ເສຍຊີວິດຢູ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫລວງແມັກຊິກ ໃນວັນທີ 24 ເມສາຜ່ານມາ.

      WHO ເຜີຍແຜ່ລາຍງານເພີ່ມຕື່ມວ່າ: ການເສຍຊີວິດຂອງຜູ້ຊາຍຄົນດັ່ງກ່າວ “ກ່ຽວຂ້ອງກັບຫລາຍປັດໄຈ” ບໍ່ພຽງແຕ່ສະເພາະພະຍາດໄຂ້ຫວັດສັດປີກ ເນື່ອງຈາກຜູ້ເສຍຊີວິດມີພະຍາດປະຈໍາຕົວ ລວມທັງພະຍາດໝາກໄຂ່ຫລັງ, ພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານປະເພດ 2.

      ຂະນະທີ່ຜົນການສອບສວນພະຍາດຍັງບໍ່ພົບເບາະແສ ທີ່ສາມາດຊີ້ໄດ້ວ່າ: ຜູ້ຊາຍຄົນດັ່ງກ່າວຕິດເຊື້ອໄດ້ແນວໃດ ແລະ ຈາກສະຖານທີ່ແຫ່ງໃດ ເຖິງວ່າມີລາຍງານຟາມສັດປີກບາງແຫ່ງຢູ່ແມັກຊິໂກ ພົບການແຜ່ລະບາດຂອງເຊື້ອໄຂ້ຫວັດສັດປີກ H5N2.

      ນອກຈາກນີ້, WHO ຢືນຢັນຂໍ້ມູນຈາກກະຊວງສາທາລະນະສຸກຂອງອົດສະຕຣາລີວ່າ: ເດັກຍິງອາຍຸ 2 ປີເຄິ່ງ ເຊິ່ງເດີນທາງມາຈາກອິນເດຍ ສະແດງອາການບໍ່ສະບາຍຈາກການຕິດເຊື້ອໄຂ້ຫວັດສັດປີກ H5N1 ເມື່ອຢູ່ໃນອົດສະຕຣາລີແລ້ວ ໂດຍຄົນເຈັບມີປະຫວັດອາໄສຢູ່ເມືອງໂກລກາຕາ ລະຫວ່າງວັນທີ 12-29 ກຸມພາຜ່ານມາ ແລະ ເດີນທາງມາເຖິງອົດສະຕຣາລີ ໃນວັນທີ 1 ມີນາ ກ່ອນເຂົ້າຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງໃນລັດວິກຕໍເຣຍ.

       ເຊື້ອໄວຣັສ H5N1 ໄດ້ຮັບການຢືນຢັນໃນໂລກຄັ້ງທໍາອິດໃນປີ 1996, ແຕ່ວ່າ ນັບແຕ່ປີ 2020 ຈົນຮອດປັດຈຸບັນ ມີການຢືນຢັນສັດປີກຕິດເຊື້ອຢ່າງຕໍ່ເນື່ອງ ແລະ ແຜ່ກະຈາຍໄປຫາສັດລ້ຽງລູກດ້ວຍນົມບາງສາຍພັນນໍາອີກ.

     ທັງນີ້, ນັບແຕ່ປີ 2003 ຈົນຮອດວັນທີ 22 ພຶດສະພາປີນີ້ WHO ຢືນຢັນຜູ້ຕິດເຊື້ອໄຂ້ຫວັດສັດປີກ H5N1 ສະສົມຢ່າງໜ້ອຍ 891 ຄົນ ຢູ່ຢ່າງໜ້ອຍ 24 ປະເທດ ແລະ ມີຜູ້ເສຍຊີວິດແລ້ວ 463 ຄົນ. ເຖິງຢ່າງໃດກໍຕາມ, WHO ຢືນຢັນ ຊີ້ນສັດ, ໄຂ່ ແລະ ນົມ ຍັງປອດໄພສໍາລັບການຮັບປະທານ, ແຕ່ຕ້ອງປຸງໃຫ້ສຸກ ຫລື ຜ່ານຄວາມຮ້ອນທີ່ໃຊ້ອຸນຫະພູມສູງເທົ່ານັ້ນ.