ສໍານັກງານກາແດງສາກົນຢູ່ກາຊາຖືກປືນໃຫຍ່ຖະຫລົ່ມ ມີຜູ້ເສຍຊີວິດແລ້ວ 22 ຄົນ
ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ຈາກເຫດການສໍານັກງານຂອງຄະນະກໍາມະການກາແດງສາກົນຢູ່ເຂດກາຊາ ຕົກເປັນເປົ້າໝາຍຂອງການໂຈມຕີ. ວັນທີ 22 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄະນະກໍາມະການກາແດງສາກົນ (ICRC) ລາຍງານວ່າ: ສໍານັກງານ ICRC ໄດ້ຮັບຄວາມເສຍຫາຍຈາກການໂຈມຕີໂດຍປືນໃຫຍ່ຂອງກອງກໍາລັງຍັງບໍ່ຮູ້ຝ່າຍ ໃນວັນທີ 21 ມິຖຸນາຜ່ານມາ…










