ປາກິດສະຖານເລີ່ມສ້າງຮົ້ວກັ້ນຊາຍແດນຕິດກັບອັບການິດສະຖານ
ປາກິດສະຖານເລີ່ມດຳເນີນການສ້າງຮົ້ວກັ້ນບໍລິເວນຊາຍແດນຕິດກັບອັບການິດສະຖານໄລຍະທາງຍາວ 2.500 ກິໂລແມັດ ເພື່ອປ້ອງກັນການກໍ່ເຫດໂຈມຕີຂອງກຸ່ມຕິດອາວຸດ, ແຕ່ອາດສົ່ງຜົນກະທົບຕໍ່ການພົວພັນລະຫວ່າງ 2 ປະເທດ. ປາກິດສະຖານລະບຸວ່າ: ກຸ່ມຕາລີບັນຢູ່ອັບການິດສະຖານເປັນຜູ້ລົງມືກໍ່ເຫດໂຈມຕີຫລາຍເທື່ອໃນໄລຍະຫລາຍເດືອນຜ່ານມາ ສົ່ງຜົນໃຫ້ເກີດການຮຽກຮ້ອງໄປຫາທາງການອັບການິດສະຖານໃຫ້ຫາທາງກຳຈັດແຫລ່ງລີ້ຊ້ອນຂອງກຸ່ມຕິດອາວຸດດັ່ງກ່າວໃນປະເທດ. ຜູ້ບັນຊາການທະຫານບົກຂອງປາກິດສະຖານກ່າວວ່າ: ໃນເບື້ອງຕົ້ນຈະມີການສ້າງຮົ້ວໃນເຂດບາຈາອູ ເອເຈນຊີ ແລະ ໂມມານ ເອເຈນຊີ ໃນພື້ນທີ່ຊາວຊົນເຜົ່າທີ່ສ່ວນກາງບໍລິຫານ (FATA) ເຊິ່ງມີ…
